ແຂວງເງ້ອານຈັດການປະຊຸມຂ່າວກ່ຽວກັບເຫດການກໍ່ຄວາມວຸ້ນວາຍຢູ່ຕາແສງງີເຟືອງ, ເມືອງງີໂລກ

ແຂວງເງ້ອານຈັດການປະຊຸມຂ່າວກ່ຽວກັບເຫດການກໍ່ຄວາມວຸ້ນວາຍຢູ່ຕາແສງງີເຟືອງ, ເມືອງງີໂລກ - ảnh 1
ສະພາບການກໍ່ຄວາມວຸ້ນວາຍຢູ່ຕາແສງ ງີເຟືອງ
ພາບ:baonghean


(vovworld)-ຕອນ​ບ່າຍ​ວັນ​ທີ 10/9, ​ແຂວງ ​ເງ້ອານ ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະກາດ​ສະພາບ​ການ, ໝາກຜົນ​ຂອງ​ການ​ແກ້​ໄຂ​ເຫດການ​ສັບສົນ​ເກີດ​ຂຶ້ນ​ຢູ່​ເຂດ​ຊາວ​ຄິຼດ ຈ້າຍ​ກາວ(Trai Gao) ຕາ​ແສງ ງີ​ເຟືອງ ​ເມືອງ ງີ​ໂລກ. ທີ່​ການ​ປະຊຸມ​ຂ່າວ, ການ​ນຳ​ຄະນະ​ກຳມະ​ການ​ປະຊາຊົນ​ແຂວງ ​ເງ້ອານ ​ໄດ້​ຢືນຢັນ​ວ່າ: ​ໃນ​ຊຸມ​ມື້​ຜ່ານ​ມາ, ບາງ​ຫນ້າ​ເວັບ ​ແລະ ລາຍການ​ຂ່າວ​ສັງ​ລວມຂອງ​ເຂດ​ຊາວ​ຄຼິດນະຄອນ​ວີ​ງ ​ໄດ້​ໃຫ້​ຂ່າວ, ບົດ, ຮູບ​ພາບ​ທີ່​ມີ​ເນື້ອ​ໃນ​ຜິດພາດ​ກັບ​ຄວາມ​ຈິງ, ມີ​ລັກສະນະ​ຍຸ້​ແຍ່, ​ເສກ​ສັນ​ປັ້ນ​ແຕ່ງກ່ຽວ​ກັບ​ເຫດການ​ກໍ່​ຄວາມ​ວຸ້ນວາຍ​ທຳລາຍຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຕ້ານ​ເຈົ້າ​ຫນ້າ​ທີ່​ພວມ​ປະຕິບັດ​ວຽກ​ງານ​ລັດຖະການ, ກັກ​ຂັງ​ຄົນ​ຜິດ​ກົດໝາຍ ທີ່​ເກີດ​ຂຶ້ນ​ໃນ​ບໍລິ​ເວນ​ຕາ​ແສງ ງີ​ເຟືອງ ​ໄດ້​ເຮັດ​ໃຫ້​ຍົກ​ຖາ​ບັນດາສັກ, ຊາວ​ຄຼິດ ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ເນື້ອ​ແທ້​ຂອງ​ເຫດການ ​ແລະ ສືບ​ຕໍ່​ມີ​ການ​ກະທຳ​ລະ​ເມີດ​ກົດໝາຍ. ປະຈຸ​ບັນ ບັນດາ​ກຳລັງ​ກ່ຽວຂ້ອງ​ໃນ​ແຂວງ ​ເງ້ອານ ພວມ​ສືບ​ຕໍ່​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ບໍລິ​ເວນ​ເມືອງ ງີ​ໂລກ ​ແລະ ຕາ​​ແສງ ງີ​ເຟືອງ ​ເພື່ອ​ເປັນ​ເຈົ້າການ​ສະກັດ​ກັ້ນ​ບັນດາການ​ກະທຳ​ກໍ​ຄວາມ​ວຸ້ນວາຍ​ທຳລາຍຄວາ​ມ​ເປັນ​ລະບຽບ​ຮຽບຮ້ອຍ. ຕຳ​ຫລວດ ​ແຂວງ ​ເງ້ອານ ພວມ​ສືບສວນ​ບັນດາ​ການ​ກະທຳ​ກໍ່​ຄວາມ​ວຸ້ນ​ວາຍ​ດັ່ງກ່າວ. ທ່ານ ທາ​ຍວັນ​ຮັ່ງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເງ້ອານ ສະ​ເຫ​ນີບັນດາ​ອົງການ​ສື່​ມວນ​ຊົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ ​ໃຫ້ທັນ​ການ, ພາວະ​ວິ​ໄສ, ​ຖື​ກກັບ​ຄວາມ​ຈິງ, ຊັດ​ເຈນ​ເພື່ອ​ໃຫ້​ປະຊາຊົນ​ຮູ້, ​ເຂົ້າ​ໃຈ​ເນື້ອ​ແທ້​ຂອງ​ເຫດການ, ປະຕິບັດ​ກົດໝາຍຢ່າງ​ຖືກຕ້ອງ​, ຫລີກ​ລ້ຽງ​ການ​ຖືກສວຍ​ໃຊ້, ​ເສກ​ສັນ​ປັ້ນ​ແຕ່ງ, ຍຸ​ແຍ່, ​ແກ່​ດຶງ​ຊາວ​ຄຼິດມີ​ກາ​ນກະທຳ​ຜິດ​ກົດໝາຍ.

ຂ່າວ/ບົດ​ອື່ນ