ແຂວງເງະອານຈັດງານວາງສະແດງຮູບຖ່າຍ“ປະເທດລາວທີ່ສວຍງາມ”

ແຂວງເງະອານຈັດງານວາງສະແດງຮູບຖ່າຍ“ປະເທດລາວທີ່ສວຍງາມ” - ảnh 1
ທາດຫຼວງ

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 10/4, ຢູ່​ນະຄອນ ວີ​ງ, ​ ​ແຂວງ ​ເງະ​ອານ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ, ສະມາຄົມ​ນັກ​ຖ່າຍ​ຮູບ ຫວຽດນາມ ສາ​ຂາ​ແຂວງ ​ເງະ​ອານ ສົມທົບ​ກັບ​ມະຫາວິທະຍາ​ໄລ ວີ​ງ ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ຖ່າຍ​ດ້ວຍ​ຫົວ​ຂໍ້ “ປະ​ເທດ​ລາວ​ທີ່​ສວຍ​ງາມ” ຂອງນັກ​ຂ່າວ, ນັກ​ຖ່າຍ​ຮູບ ​ເຈີ່ນ​ຢືຫງວາ​ນ. ຮູບ​ຖ່າຍ​ເກືອບ 140 ​ແຜ່ນ ​ທີ່​ໄດ້​ນຳ​ມາ​ວາງສະ​ແດງ​ຢູ່​ທີ່​ນີ້ີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັນດາ​ຮູບ​ຖ່າຍ, ​ແມ່ນຈິດ​ໃຈ​ຂອງ​ນັກ​ຂ່າວ, ນັກ​ຖ່າຍຮູບ ຫວຽດນາມ ທີ່​ມີ​ຕໍ່​ປະ​ເທດ​ລາວ. ງານ​ວາງສະ​ແດງ​ໄດ້​ຮັບ​ການຈັດ​ຕັ້ງ​ແຕ່​ວັນ​ທີ 10 – 16/4. ພາຍຫຼັງ​ງານ​ວາງສະ​ແດງ​ນີ້, ນັກ​ຖ່າຍຮູບ ເຈີ່ນຢື​ຫງວາ​ນ ຈະ​ມອບ​ບັນດາ​ຮູູບຖ່າຍນີ້ ​ໃຫ້​ມະຫາວິທະຍາ​​ໄລ ວີ​ງ ​ເພື່ອ​​ໃຊ້ເປັນວັດຖຸ​ເອກະສານ​ວາງສະ​ແດງ, ​ແນະນຳ​ໃຫ້​ນັກ​ສຶກສາມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ລາວ​ຕື່ມ​ອີກ.


ຂ່າວ/ບົດ​ອື່ນ