ແຂວງເທື່ອທຽນເຫວ ແລະ ແຂວງຫຼວງພະບາງ ຮ່ວມມືປົກປັກຮັກສາມໍລະດົກ

ແຂວງເທື່ອທຽນເຫວ ແລະ ແຂວງຫຼວງພະບາງ ຮ່ວມມືປົກປັກຮັກສາມໍລະດົກ - ảnh 1
(ກຸງ​ເກົ່າ​ເຫວ)
(vovworld) –  ວັນທີ 22/04, ສູນອະນຸລັກ​ຮັກສາເຂດປູຊະນີຍະສະຖານກຸງ​ເກົ່າ​ເຫວ, ​ແຂວງ ​ເທື່ອ​ທຽນ​ເຫວ ​ແລະ ຫ້ອງການ​ມໍລະດົກ​ໂລກ​ຫຼວງ​ພະ​ບາງ​ໄດ້​ລົງ​ນານ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ “​ແລກ​ປ່ຽນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄຸ້ມ​ຄອງ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳ”. ທ່ານ ຫງວຽນ​ວັນ​ຟຸກ, ຮອງ​ຫົວໜ້າ​ຫ້ອງການ, ສູນ​ອະນຸລັກ​ຮັກສາ​​ເຂດປູຊະນີຍະສະຖານກຸງ​ເກົ່າ​ເຫວ ​ໃຫ້​ຮູ້​ວ່າ, 2 ຝ່າຍ​ຈະ​ພ້ອມ​ກັນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງນະຄອນ​ເຫວ ​ແລະ ​ແຂວງຫຼວງ​ພະ​ບາງ. ທ່ານ​ກ່າວ​ວ່າ.

        “​ເປົ້າ​ໝາຍ​ຂອງ​ໂຄງການ​ນີ້​ແມ່ນ​ເພື່ອ​ແລກປ່ຽນ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ເຂດ​ມໍ​ລະດົກ 2 ​ແຫ່ງ. ພິ​ເສດ​ແມ່ນ​ກ່ຽວ​ກັບ​ບັນດາ​ໂຄງການ​ແລກປ່ຽນ​ບຳລຸ​ງສ້າງ, ​ເປີດ​ຊຸດ​ອົບຮົມຕ່າງໆ ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ອະນຸລັກ​ຮັກສາ. ພ້ອມ​ກັນ​ນັ້ນ 2 ຝ່າຍ​ກໍມີ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຄົ້ນຄວ້າ​ປະຫວັດສາດ, ຄົ້ນຄວ້າ​ເພື່ອ​ພັດທະນາ​ບັນດາ​ຄຸນຄ່າ​ມໍລະດົກ ​ແລະ ​ເພື່ອ​ພັດທະນາ​ການທ່ອງທ່ຽວ”.

ຂ່າວ/ບົດ​ອື່ນ