ແຄ໋ງຮ່ວາສຳເລັດວຽກງານກະກຽມຈັດຕັ້ງກອງປະຊຸມAPECໂດຍພື້ນຖານ

ແຄ໋ງຮ່ວາສຳເລັດວຽກງານກະກຽມຈັດຕັ້ງກອງປະຊຸມAPECໂດຍພື້ນຖານ - ảnh 1
ທະ​ເລ​ແຄ໋ງ​ຮ່​ວາ

(vovworld) - ແຫຼ່ງ​ຂ່າ​ວ​ຈາກກອງ​ປະ​ຊຸມ​ລາຍ​ງານ​ສັງ​ລວມ​ສະ​ພາບ​ການ, ໝາກ​ຜົນ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ກະ​ກຽມ, ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ - ປາ​ຊີ​ຟິ​ກ (APEC) ຫວຽດ​ນາມ 2017, ເຊິ່ງ​ຈັດ​ຕັ້ງ​ຢູ່​ນະ​ຄອ​ນ ຍາ​ຈາງ, ແຂ​ວງ ແຄ໋ງ​ຮ່​ວາ, ມາ​ຮອດ​ປະ​ຈຸ​ບັນ, ວຽກ​ງານ​ກະ​ກຽມ​ທຸກໆ​ດ້ານ​​ໃຫ້​ບັນ​ດາ​ກອງ​ປະ​ຊຸມ​ APEC ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ. ແຂ​ວງ ແຄ໋ງ​ຮ່​ວາ ໄດ້​ເລືອກ​ເຟັ້ນ​ໂຮງ​ແຮມ 5 ແຫ່ງ​​ເປັນ​ສະ​ຖານ​ທີ່​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມຄັ້ງ​ຕ່າງໆ, ສູນກອງ​ປະ​ຊຸມ​ແຂ​ວງ​ກາຍ​ເປັນ​ສູນ​ສື່ມວນ​ຊົນ, ຜູ້​ອາ​ສາ​ສະ​ໝັກ 180 ຄົນ​ໄດ້​ຮັບ​ກາ​ນ​ເລືອກ​ເຟັ້ນ ແລະ ໄດ​້​ຜ່ານ​ຊຸດ​ຝຶກ​ອົບ​ຮົບຫຼາຍ​ຄັ້ງ​ເພື່ອ​ຮັບ​ໃຊ້​ຜູ້​ແທນ​ ແລະ ກອງ​ປະ​ຊຸມ. ເພື່ອ​ໂຄ​ສະ​ນາ​ກ່ຽວ​ກັ​ບ​ທ້ອງ​ຖິ່ນ, ແຂວງ ແຄ໋ງ​ຮ່​ວາ​ໄດ້​​ຖ່າຍ​ທຳບັນ​ດາ​ວີ​ດີ​ໂອ, ປື້ມ ແລະ ຈັດ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ​ເພື່ອ​ແນະ​ນຳ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ທ້ອງ​ຖິ່ນ, ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ເຂດ​ດິນ​ແດນ ແລະ ປະ​ຊາ​ຊົນ​ແຄ໋ງ​ຮ່​ວາ ຢູ່​ບັນ​ດາ​ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ແຂວງ​ໄດ້​ເລືອກ​ເຟັ້ນ​ສະ​ຖານ​ທີ່​ທ່ອ​ງ​ທ່ຽວ 4 ແຫ່ງ​ເພື່ອ​ໃຫ້​ບັນ​ດາ​ຜູ້​ແທນ​ໄປ​ຢາມ. ນອກ​ນັ້ນ, ແຂວງ​ແຄ໋ງ​ຮ່​ວາ ກໍ່​ໄດ້​ກະ​ກຽມ​ຂອງ​ຂວັນ​ໃຫ້​ບັນ​ດາ​ຜູ້​ແທນ​ເຊິ່ງ​ແມ່ນ​ບັນ​ດາ​​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ.


ຂ່າວ/ບົດ​ອື່ນ