ແງ່​ຫວັງ​​​ການ​ສົ່ງ​ອອ​ກຳ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ

(VOVWORLD) -ວົງເງິນສົ່ງອອກສິນທະເລປະເພດຕ່າງໆຂອງ ຫວຽດນາມ ບັນລຸ 1.6 ຕື້ USD ເພີ່ມຂຶ້ນທົບ 16% ເມື່ອທຽບກັບໄລຍະດຽວກັນຂອງປີ2020.
ແງ່​ຫວັງ​​​ການ​ສົ່ງ​ອອ​ກຳ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ - ảnh 1

 ປຸງແຕ່ງປາຈາເພື່ອສົ່ງອອກຢູ່ບໍລິສັດຫຸ້ນສ່ວນນຳເຂົ້າສົ່ງອອກສິນໃນນ້ຳ ເກີນເທີ (ພາບ: TTXVN)

  ຍ້ອນການຟື້ນຟູຄວາມຕ້ອງການໃຊ້ສອຍ ຢູ່ບັນດາຕະຫຼາດສິນໃນນ້ຳໃຫ່ຍຂອງຫວຽດນາມ ຄື: ອາເມລິກາ, ສະຫະພາບເອີລົບ (EU)  ແລະ ບັນດາຕະຫຼາດທີ່ມີຄວາມສາມາດບົມຊ້ອນອື່ນໆ, ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໃນເດືອນມິຖຸນາປີ 2021 ໄດ້ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ອັນໄດ້ເຮັດໃຫ້ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີບັນລຸ 4.1 ຕື້ USD. ໄລ່ຮອດທ້າຍເດືອນມິຖຸນາປີ 2021, ວົງເງິນສົ່ງອອກສິນທະເລປະເພດຕ່າງໆຂອງ ຫວຽດນາມ ບັນລຸ 1.6 ຕື້ USD ເພີ່ມຂຶ້ນທົບ 16% ເມື່ອທຽບກັບໄລຍະດຽວກັນຂອງປີ2020, ນີ້ແມ່ນພື້ນຖານທີ່ດີ ເພື່ອຂະແໜງປຸງແຕ່ງ, ສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໃນປີ 2021 ສາມາດບັນລຸໄດ້ມູນຄ່າ 9 ຕື້ USD.

ປາຈາ ພວມຂາຍດີຢູ່ຕະຫຼາດ ອາເມລິກາ, ເອີລົບ, ຈີນ ແລະ ຕະຫຼາດແຫ່ງອື່ນໆ. ໃນນັ້ນຕະຫຼາດ ຈີນ ພວມກວມອັດຕາສ່ວນ 26% ການສົ່ງອອກປາຈາຂອງ ຫວຽດນາມ, ນອກຈາກນັ້ນແລ້ວ, ສິນທະເລປະເພດຕ່າງໆ ຂອງ ຫວຽດນາມ ກໍປະກອບສ່ວນຢ່າງຕັ້ງໜ້າ ຊ່ວຍໃຫ້ວົງເງິນສົ່ງອອກບັນລຸ 4.1 ຕື້ USD. ໃນ 6 ເດືອນຕົ້ນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ