ແງ່ຫວັງລົງທຶນໃນຂົງເຂດພື້ນຖານໂຄງລ່າງເຂດອາຊີຕາເວັນອອກສ່ຽງໃຕ້

ແງ່ຫວັງລົງທຶນໃນຂົງເຂດພື້ນຖານໂຄງລ່າງເຂດອາຊີຕາເວັນອອກສ່ຽງໃຕ້ - ảnh 1
ແງ່​ຫວັງ​ລົງທຶນ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ
​​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
(ພາບ: Vietnam+)


​​(vovworld) - ເລື່ອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີ 2015 ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ຈະເປີດ​ບັນດາ​ກາລະ​ໂອກາດຮ່ວມ​ມື ​ແລະ ລົງທຶນ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ​ລະຫວ່າງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ. ນີ້​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາທີ່​ຫາ​ກໍ​ດຳ​ເນີນ​ໄປ​ໃນ​ວັນ​ທີ 02/07, ຢູ່​ສິງກະ​​ໄປ, ​ໂດຍ​ກົມກໍ່ສ້າງ ​ແລະ ກິດຈະກຳ (BCA) ຈັດ​ຕັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ກຸ່ມວິ​ສາ​ຫະກິດ, ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ກໍ່ສ້າງ, ລົງທຶນ​ພື້ນຖານ​ໂຄງ​ລ່າງ ທີ່​ມາ​ຈາກ​ບັນດາ​ປະ​ເທ​ດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ​ຄື​ສາ​ກົນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ມີ​​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ່ງ​ກ່າວ​ແມ່ນ​ໃຫຍ່​ຫຼວງ ​ເມື່ອ AEC ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ​່ນ, ມີບັນດາ​ວິ​ສາ​ຫະກິດ​​​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສຳ​ມະ​ນາ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ການ​ປະກາ​ດ​ເອກະສານນິຕິ​ກຳຫຼາຍ​ສະບັບ, ສ້າງກອບ​ກົດໝາຍ​ໃນ​ການ​ຕ້າງ​ຕັ້ງ​ບັນດາ​ໂຄງການ​ຮ່ວມ​ມື​ຕາມຮູບ​ແບບ​ພາກ​ລັດ - ​ເອກກະ​ຊົນ (TPP), ປະກອບສ່ວນ​ສ້າງ​ສະພາບ​​ແວ້​ດລ້ອມ​ແຫ່ງ​ການ​ລົງທຶນ​ຢ່າງ​ກະຈ່າງ​ແຈ້ງ ກໍ​ຄື​ສ້າງ​ຄວາມ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ້າງ.
ຂ່າວ/ບົດ​ອື່ນ