ແງ່ຫວັງເສດຖະກິດ ຫວຽດນາມ 2024: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງທ່ວງທ່າຟື້ນຟູ

(VOVWORLD) - VEPR ໄດ້ປະກາດບົດລາຍງານແງ່ຫວັງເສດຖະກິດ ຫວຽດນາມ 2024, ໃນນັ້ນໄດ້ເຕື້ອງເຖິງບັນດາຈຸດພົ້ນເດັ່ນຂອງເສດຖະກິດ ຫວຽດນາມ ໃນໄລຍະ 4 ເດືອນຕົ້ນປີ 2024
ແງ່ຫວັງເສດຖະກິດ ຫວຽດນາມ 2024: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງທ່ວງທ່າຟື້ນຟູ - ảnh 1(ທີ່ການພົບປະສົນທະນາ)

        ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ ຮ່າໂນ້ຍ, ສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ (VEPR) ໄດ້ປະກາດບົດລາຍງານແງ່ຫວັງເສດຖະກິດ ຫວຽດນາມ 2024, ໃນນັ້ນໄດ້ເຕື້ອງເຖິງບັນດາຈຸດພົ້ນເດັ່ນຂອງເສດຖະກິດ ຫວຽດນາມ ໃນໄລຍະ 4 ເດືອນຕົ້ນປີ 2024, ດ້ວຍບັນດາຈຸດພົ້ນເດັ່ນ ກໍຄືຄວາມກົດດັນທີ່ສົ່ງຜົນສະທ້ອນເຖິງການຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ທ່ວງທ່າຟື້ນຟູເສດຖະກິດ.

        ທ່ານສາດສະດາຈານ ເກິນວັນລຶກ, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດ BIDV ທັງເປັນຫົວໜ້າສະຖາບັນສຶກສາ ແລະ ຄົ້ນຄວ້າ BIDV, ຖືວ່າ, ເສດຖະກິດ ຫວຽດນາມ ປີ 2024 ສາມາດບັນລຸເປົ້າໝາຍເຕີບໂຕ GDP ແຕ່ 6 – 6,5%.

        “ຕ້ອງເອົາໃຈໃສ່ເຖິງການເຕີບໂຕບໍ່ສະເໝີກັນລະຫວ່າງບັນດາຂະແໜງ, ຂົງເຂດ, ລະຫວ່າງທ້ອງຖິ່ນດ້ວຍກັນ. ພ້ອມກັນນັ້ນ, ຍັງມີປັດໃຈຂາດຄວາມຍືນຍົງ. ຕົວຢ່າງຄື, ດັດຊະນີການຜະລິດອຸດສາຫະກຳໃນໄລຍະ 3 ເດືອນຕົ້ນປີເພີ່ມຂຶ້ນສູງ ແຕ່ຮອດເດືອນ ເມສາ ລະດັບເຕີບໂຕຊັກຊ້າຄືນໃໝ່ ເຖິງວ່າດັດຊະນີ PMI ສູງກວ່າ 50 ຄະແນນ. ສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າ ຕ້ອງເອົາໃຈໃສ່ຕໍ່ນະໂຍບາຍເສດຖະກິດ”.

        ໃນບົດລາຍງານແງ່ຫວັງເສດຖະກິດ ຫວຽດນາມ 2024, VEPR ສະເໜີແນະຕ້ອງປະຕິບັດ 5 ໝວດມາດຕະການແກ້ໄຂ ເພື່ອຊຸກຍູ້ການຟື້ນຟູ ແລະ ເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ລວມມີ: ເພີ່ມທະວີການປ່ອຍທຶນສາທາລະນະ; ແກ້ໄຂຄວາມຫຍຸ້ງຍາກ, ຫຼຸດຜ່ອນຄວາມໜັກໜ່ວງໃຫ້ວິສາຫະກິດ; ສືບຕໍ່ຫຼຸດຜ່ອນອາກອນມູນຄ່າເພີ່ມ; ຊຸກຍູ້ການຫັນບັນດາແຫຼ່ງດຶງດູດທຶນ ແລະ ການລົງທຶນນອກສິນເຊື່ອທະນາຄານເປັນຫຼາຍຮູບຫຼາຍແບບ; ແລະຍົກສູງລະດັບເອກະລາດ, ເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ ແລະ ຂອງບັນດາວິສາຫະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ