ແງ່​ຫວັງ​ໃໝ່​ໃນ​ການ​ເຈ​ລະ​ຈາ​ Brexit ລະ​ຫວ່າງ ອັງ​ກິດ ແລະ EU

(VOVWORLD) -ການເຈລະຈາກ່ຽວກັບການພົວພັນທາງການຄ້າພາຍຫຼັງ Brexit ລະຫວ່າງ ອັງກິດ ແລະ ສະຫະພາບ ເອີລົບ (EU) ໄດ້ສືບຕໍ່ດຳເນີນຢູ່ລອນດອນໃນວັນທີ 29 ພະຈິກ, ໃນນັ້ນ ສິດຫາປາ ຍັງຄົງແມ່ນບັນຫາຫຼັກແຫຼ່ງ.
ແງ່​ຫວັງ​ໃໝ່​ໃນ​ການ​ເຈ​ລະ​ຈາ​ Brexit ລະ​ຫວ່າງ ອັງ​ກິດ ແລະ EU - ảnh 1ຫົວໜ້າຄະນະເຈລະຈາEU Michel Barnier ມາລອນດອນໃນວັນທີ 28 ພະຈິກ 2020 (ພາບ: THX/TTXVN) 

ຕາມໜັງສືພິມ Daily Telegraph ແລ້ວ, EU ເບິ່ງຄືວ່າພວມກະກຽມຮັບຮູ້ອະທິປະໄຕຂອງອັງກິດສຳລັບບັນດາເຂດທະເລຂອງລາຊະອານາຈັກອັງກິດຢ່າງເປັນທາງການ ແລະ ມີແນວຄວາມຄິດປະນີປະນອມໃນບັນຫາຫາປາ.

        ລາຍລະອຽດແມ່ນ, EU ໄດ້ຮັບຖືວ່າ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງລາຊະອານາຈັກອັງກິດ ກ່ຽວກັບໄລຍະຂ້າມຜ່ານສຳລັບສິດຫາປາພາຍຫຼັງວັນທີ 1 ມັງກອນ, ແຕ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງກ່ຽວກັບເວລາ ທີ່ຈະແກ່ຍາວເທົາໃດ ຫຼືມັນຈະເຄື່ອນໄຫວຄືແນວໃດ.

ຕອບກັບ

ຂ່າວ/ບົດ​ອື່ນ