ແຍກຕົວ​ຢູ່​ກັບທີ່ ​ແມ່ນ​ມາດຕະການ​ມີ​ປະ​ສິດທິ​ຜົນ ​ເພື່ອ​ສະກັດ​ກັ້ນ​ເຊື້ອ​ພະຍາດ nCoV ບໍ່​ໃຫ້​ແຜ່​ລາມ​ໄປສູ່​ວົງ​ຄະນະ​ຍາດ

(VOVWORLD) -ຕອນບ່າຍວັນທີ 5 ມັງກອນ, ທີ່ການຖະແຫຼງຂ່າວລັດຖະບານນັດສາມັນປະຈໍາເດືອນ ມັງກອນ, ທ່ານລັດຖະມົນຕີ, ຫົວໜ້າ ຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ແລະ ບັນດາສະມາຊິກຂອງຄະນະລັດຖະບານ ໄດ້ຕອບຄໍາຖາມເຮັດແຈ້ງບັນຫາເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່່ ຢູ່ຫວຽດນາມ.
ແຍກຕົວ​ຢູ່​ກັບທີ່ ​ແມ່ນ​ມາດຕະການ​ມີ​ປະ​ສິດທິ​ຜົນ ​ເພື່ອ​ສະກັດ​ກັ້ນ​ເຊື້ອ​ພະຍາດ nCoV ບໍ່​ໃຫ້​ແຜ່​ລາມ​ໄປສູ່​ວົງ​ຄະນະ​ຍາດ - ảnh 1 ທ່ານລັດຖະມົນຕີ, ຫົວໜ້າ ຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ (ພາບ: VGP)

        ເມື່ອຕອບຄໍາຖາມກ່ຽວກັບແບບວິທີການແຍກຕົວຢູ່ກັບທີ່ເພື່ອປ້ອງກັນ, ຕ້ານເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່, ທ່ານ ຫງວຽນແທັ່ງລອງ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ປັດຈຸບັນ ການແຍກຕົວອອກເພື່ອຕິດຕາມ ແມ່ນໄດ້ແບ່ງອອກເປັນ 3 ລະດັບ ແລະ ໂດຍເລຂາພັກ ແລະ ອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆເປັນຜູ້ຈັດຕັ້ງປະຕິບັດ, ສ່ວນຂະແໜງສາທາລະນະສຸກ ແມ່ນໃຫ້ການໜູນຊ່ວຍທາງດ້ານວິຊາສະເພາະ. ທ່ານ ຫງວຽນແທັ່ງລອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມໃຫ້ຮູ້ວ່າ:

        “ລະດັບທີ 1 ແມ່ນໃຊ້ສໍາລັບບັນດາຄົນເຈັບ, ຜູ້ທີ່ຖືກສົງໄສຕິດເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ແມ່ນໃຫ້ແຍກຕົວຢູ່ຮາກຖານສາທາລະນະສຸກໃນທັນທີ. ລະດັບທີ 2 ແມ່ນສໍາລັບພົນລະເມືອງຫວຽດນາມ ຫຼື ຕ່າງປະເທດ ທີ່ກັບມາຈາກແຂວງ ຫູເປີ່ຍ, ປະເທດ ຈີນ ຫຼື ໄປຜ່ານແຂວງຫູເປີ່ຍ ແລ້ວກັບມາຫວຽດນາມນັ້ນ ແມ່ນໃຫ້ແຍກຕົວຢູ່ຕ່າງຫາກຢູ່ບັນດາຮາກຖານໂດຍກອງທັບໄດ້ກຽມໄວ້. ລະດັບທີ 3 ແມ່ນສໍາລັບຜູ້ທີ່ກັບມາຈາກ 31 ແຂວງ, ນະຄອນ ຂອງ ຈີນ ແມ່ນໃຫ້ແຍກຕົວຢູ່ຄອບຄົວ”.

        ກ່ຽວກັບການປົກປ້ອງພົນລະເມືອງຫວຽດນາມ ຈາກເຂດເກີດເຊື້ອພະຍາດ ກັບຄືນມາປະເທດ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢຸງ ໃຫ້ຮູ້ວ່່າ:

        “ປັດຈຸບັນໄດ້ມອບໝາຍໃຫ້ບັນດາອົງການເຈົ້າໜ້າທີ່ຕ້ອນຮັບພົນລະເມືອງຫວຽດນາມ ຈາກເຂດເກີດເຊື້ອພະຍາດຄືນມາປະເທດ ແລະ ແຍກຕົວໃຫ້ຢູ່ຕ່າງຫາກພາຍໃນ 14 ວັນ. ວຽກງານດັ່ງກ່າວ ໄດ້ມອບໝາຍໃຫ້ກະຊວງປ້ອງກັນປະເທດຮັບປະກັນບັນດາເງື່ອນໄຂການກິນຢູ່, ພັກເຊົ່າ... ສໍາລັບພົນລະເມືອງ ແລະ ຊາວຜູ້ອອກແຮງງານຫວຽດນາມ ທີ່ໄປເຮັດວຽກຢູ່ ຈີນນັ້ນ, ຖ້າຫາກຢາກກັບຄືນມາປະເທດ ແມ່ນມອບໝາຍໃຫ້ 7 ແຂວງຊາຍແດນ ສົມທົບກັບກະຊວງສາທາລະນະສຸກ ແລະ ຕໍາຫຼວດ ຮັບຜິດຊອບ”.

        ກ່ຽວຂ້ອງເຖິງສະພາບການຂອງເຊື້ອພະຍາດດັ່ງກ່າວ ຢູ່ຫວຽດນາມ, ຮອດຕອນຄໍ່າວັນທີ 5 ກຸມພາ, ມີ 400 ກໍລະນີເປັນໄຂ້ ແລະ ຖືກສົງໄສວ່າຕິດເຊື້ອພະຍາດດັ່ງກ່າວ, ໃນນັ້ນໄດ້ມີປະມານ 350 ກໍລະນີ ແມ່ນມີຜົນກວດອອກມາແລ້ວ ແມ່ນປອດເຊື້ອ, ສ່ວນ 57 ກໍລະນີ ກໍາລັງລໍຖ້າຜົນກວດຢູ່; ພິເສດ ໄດ້ປິ່ນປົວຄົນຕິດເຊື້ອ 3 ຄົນ ຢູ່ແຂວງ ແທັງຮວ໊າ, ນະຄອນໂຮ່ຈີມິນ ແລະ ແຄ໊ງຮວ່່າ ກັບມາຢູ່ໃນອາກາດດີປົກກະຕິ.

 


ຕອບກັບ

ຂ່າວ/ບົດ​ອື່ນ