ແທງຮ໋ວາ ຕ້ອງສະແດງບົດບາດ, ຄວາມຮັບຜິດຊອບໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ

ແທງຮ໋ວາ ຕ້ອງສະແດງບົດບາດ, ຄວາມຮັບຜິດຊອບໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ - ảnh 1
​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ປະດັບ​ນາມມະຍົດ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ ໄລຍະ​ປ່ຽນ​ແປງ​ໃໝ່​ຂອງ​ກຳລັງ​ປະກອບ​ອາວຸດ​ແຂວງ​ແທງ​ຮ໋ວາ
(ພາບ: qdnd.vn)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 27/4, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ມອບ​ນາມມະຍົດ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ໄລຍະ​ປ່ຽນ​ແປງ​ໃໝ່​ຂອງ​ກຳລັງ​ປະກອບ​ອາວຸດ​ແຂວງ​ແທງ​ຮ໋ວາ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້​ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ: ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແມ່ນ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຊາດ. ​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ນັ້ນ, ຮຽກຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ ພ້ອມ​ກັບ​ໜ້າ​ທີ່​ພັດທະນາ​ເສດຖະກິດ, ຍູ້​ແຮງ​ການ​ຫັນ​​ເປັນ​​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ກັບ​ສາກົນ ​ເພື່ອ​ຮອດ​ປີ 2020 ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທີ່​ທັນ​ສະ​ໄໝ​ໂດຍ​ພື້ນຖານ…ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຢັ້ງຢືນ​ວ່າ ​ແທງ​ຮ໋ວາ ​ແມ່ນ​ສະຖານ​ທີ່​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ສຳຄັນ​ພິ​ເສດ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ດັ່ງ​ນັ້ນ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ ​ແລະ ກຳລັງ​ປະກອບ​ອາວຸດ​ແທງ​ຮ໋ວາ ຕ້ອງ​ສະ​ແດງ​ບົດບາດ, ຄວາມ​ຮັບຜິດຊອບ​ອັນ​ໃຫຍ່​ຫຼວງ​ຂອງ​ຕົນ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

“​ເພື່ອ​ປະຕິບັດ​ສຳ​ເລັດພາລະ​ໜ້າ​ທີ່​ປະຫວັດສາດ​ນັ້ນ, ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ ​ແລະ ກຳລັງ​ປະກອບ​ອາວຸດ​ແຂວງ​ແທງ​ຮ໋ວາ ຕ້ອງ​ສືບ​ຕໍ່​ຊາບ​ຊືມຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່​ຢ່າງ​ເລິກ​ເຊິ່ງ, ກໍ່ສ້າງ​ພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ, ກໍ່ສ້າງ​ເຂດ​ປ້ອງ​ກັນ​ຢ່າງ​ເຂັ້ມ​ແຂງ​ນັບ​ທັງ​ທ່າ​ແຮງ ​ແລະ ກຳລັງ​ແຮງ, ​ເຮັດ​ໜ້າ​ທີ່​ການ​ທະຫານ, ປ້ອງ​ກັນຊາ​ດ ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ປວງ​ຊົນ, ຂອງ​ທັງ​ລະບົບ​ການ​ເມືອງ​ໃນ​ແຂວງ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ຢ່າງ​ດີ, ​ເຮັດ​ໃຫ້​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ກາຍ​ເປັນ​ໜ້າ​ທີ່​ສຳຄັນ​ຂອງ​ທົ່ວ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ທັງ​ລະບົບ​ການ​ເມືອງ ​ແລະ ປະຊາຊົນ​ໃນ​ແຂວງ​ແທງ​ຮ໋ວາ. ​ໃນ​ນັ້ນ​ກຳລັງ​ປະກອບ​ອາວຸດ​ແມ່ນ​ແກ່ນສານ“.

 

 

ຂ່າວ/ບົດ​ອື່ນ