“ແທນ​ໃຫ້​ຄຳ​ເວົ້າ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ” - ເລື່ອງ​ລາວ​ສົ່ງ​ແຫຼ່ງ​ບັນ​ດານ​ໃຈ​ກ່ຽວ​ກັບ​ຜູ້​ເປັນ​ຄູ

(VOVWORLD) - ຕອນຄໍ່າວັນທີ 14 ພະຈິກ, ກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ສົມທົບກັບ ສະຖານີໂທລະພາບແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງລາຍການຖ່າຍທອດສົດ “ແທນໃຫ້ຄຳເວົ້າສະແດງຄວາມຮູ້ບຸນຄຸນ” ດ້ວຍຫົວຂໍ້ “ກ້າເບ້ຍອ່ອນ”, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຫວຽດນາມ ຄືວັນທີ 20 ພະຈິກ. 
“ແທນ​ໃຫ້​ຄຳ​ເວົ້າ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ” - ເລື່ອງ​ລາວ​ສົ່ງ​ແຫຼ່ງ​ບັນ​ດານ​ໃຈ​ກ່ຽວ​ກັບ​ຜູ້​ເປັນ​ຄູ - ảnh 1ການແລກປ່ຽນ, ໂອ້ລົມກັບຄູອາຈານໃນລາຍການ (ພາບ: TTXVN)

ນີ້ແມ່ນລາຍການທີ່ຖືກຈັດຂຶ້ນປະຈຳປີ ເພື່ອແນໃສ່ຮັບຮູ້ ແລະ ເຊີດຊູຄູອາຈານຢູ່ທຸກແຖບຖິ່ນຂອງປະເທດຊາດ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງຂະແໜງການສຶກສາຂອງປະເທດຊາດ.

ໃນລາຍການ “ແທນໃຫ້ຄຳເວົ້າສະແດງຄວາມຮູ້ບຸນຄຸນ” ປີນີ້, ມີຫຼາຍເນື້ອໃນຕິດພັນກັບການສຶກສາໃນສະພາບການພິເສດ ເມື່ອຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ. ພ້ອມດຽວກັນນັ້ນ ແມ່ນຮູບພາບ, ເລື່ອງລາວທີ່ສົ່ງແຫຼ່ງບັນດານໃຈ ແລະ ໜ້າເຄົາລົບນັບຖືກ່ຽວກັບຜູ້ເປັນຄູ ທີ່ຍາມໃດກໍສຸດຈິດສຸດໃຈຕໍ່ພາລະກິດການສຶກສາ, ເພື່ອນັກຮຽນ, ນັກສຶກສາຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ