ແນວໂຮມປະເທດຊາດຫວຽດນາມເຂົ້າຮ່ວມຕີລາຄາຄວາມເພິ່ງພໍໃຈຕໍ່ການຮັບໃຊ້ຂອງອົງການສຳນັກງານບໍລິຫານ

ແນວໂຮມປະເທດຊາດຫວຽດນາມເຂົ້າຮ່ວມຕີລາຄາຄວາມເພິ່ງພໍໃຈຕໍ່ການຮັບໃຊ້ຂອງອົງການສຳນັກງານບໍລິຫານ - ảnh 1
ທ່ານລັດຖະມົນຕີວ່າການກະຊວງພາຍໃນ ຫງວຽນຖ໋າຍບີ່ງ
ກ່າວຄຳເຫັນໄຂກອງປະຊຸມ
(ພາບ: Nguyễn Dân/TTXV)


(vovworld) –  ຄວາມ​ເພິ່ງ​ພໍ​ໃຈຂອງ​ປະຊາຊົນ,​ ອົງການ​ຈັດ​ຕັ້ງ​ທີ່​ມີ​ຕໍ່​ການ​ຮັບ​ໃຊ້​ຂອງ​ອົງການ​ສຳນັກງານບໍລິຫານ​​ແຫ່ງລັດຈະ​ໄດ້​ຮັບ​ການ​ວັດ​ແທກ​ດ້ວຍດັດຊະນີຄວາມ​ເພິ່ງ​ພໍ​ໃຈ. ດັດຊະນີນີ້​ຈະ​ຕີ​ລາຄາ​ຄຸນ​ນະພາ​ບສະໜອງ​ບໍລິການ​ບໍລິຫານ​ລັດ​ຢ່າງ​ພາວະ​ວິ​ໄສ, ຜ່ານ​ນັ້ນ​ອົງການ​ທີ່ມີ​ໜ້າ​ທີ່​ຮັບຜິດຊອບກຳ​ແໜ້ນ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ, ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ, ສະ​ເໜີ​ມາດ​ຕະການ​ປັບ​ປຸງ​ຄຸນ​ນະພາ​ບການ​ຮັບ​ໃຊ້ ​ແລະ ສະໜອງ​ບໍລິການ​ຂອງ​ຕົນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ເພິ່ງ​ພໍ​ໃຈ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ອົງການ​ຈັດ​ຕັ້ງ. ນີ້​ແມ່ນ​ເນື້ອ​ໃນ​ລາຍການ​ສົມທົບ​ປະຕິ​ບັດ,​ ການກຳນົດ​ດັດຊະນີຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະຊາຊົນ, ອົງການ​ຈັດ​ຕັ້ງ​ທີ່​ມີ​ຕໍ່​ການ​ຮັບ​ໃຊ້​ຂອງ​ອົງການ​ບໍລິຫານ​ແຫ່ງ​ລັດ​ປີ 2015 ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ໃນ​ຕອນ​ບ່າຍ​ວັນ​ທີ 21/4 ຈາກຄະນະ​ປະຈຳ​ການ​ຄະ​ນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ກະຊວງ​ພາຍ​ໃນ, ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ. ຕາມ​ລາຍການ​ສົມທົບ ​ແລ້ວ​​, 3 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ: ມີ 6 ຂົງ​ເຂດ​ແກ້​ໄຂ​ລະບຽບ​ການ​ບໍລິຫານ​ໄດ້​ຮັບ​ການ​ເລືອກ​ເຟັ້ນ ​ເພື່ອ​ກຳນົດ​ດັດຊະນີຄວາມ​ເພິ່ງ​ພໍ​ໃຈ ​ເຊິ່ງລວມມີ 3 ຂົງ​ເຂດ​ທີ່ປະຕິບັດຢູ່​ຂັ້ນ​ເມືອງ​ແມ່ນ​ການ​ອອກ​ບັດປະຈຳ​ຕົວ; ການ​ອອກ​ໜັງສື​ຢັ້ງຢືນ​ສິດ​ນຳ​ໃຊ້​ທີ່ດິນ ​ແລະ ການ​ອອກ​ໜັງສື​ອະນຸຍາດ​ປຸກສ້າງ​ເຮືອນ​ຢູ່; 3 ຂົງ​ເຂດ​ທີ່​ປະຕິບັດ​ຢູ່​ຂັ້ນ​ຕາ​ແສງ​ຄື:​ການ​ອອກ​ໃບ​ຢັ້ງຢືນ​ການ​ສົມລົດ, ການ​ອອກ​ໃບ​ຢັ້ງຢືນ​ການ​ເກີດ ​ແລະ ​ໃບ​ຢັ້ງຢືນ​ຄວາມຖືກຕ້ອງ​ຕາມ​ຄວາມ​ຈິງ.

ຂ່າວ/ບົດ​ອື່ນ