ແນະນຳບັນດາການເຄື່ອນໄຫວທຳອິດໃນບັນດາເຫດການປີ APEC ຫວຽດນາມ2017 ວັນພຸດ ທີ 7 ທັນວາ ຄ.ສ. 2016 | 14:08:33 ພາບປະກອບ (vovworld) – ກອງປະຊຸມບໍ່ເປັນທາງການບັນດາເຈົ້າໜ້າທີ່ຂັ້ນສູງ APEC (ISOM) ແລະ ບັນດາການເຄື່ອນໄຫວກ່ຽວຂ້ອງຈະໄດ້ຈັດຕັ້ງແຕ່ວັນທີ 8 – 9/12/2016, ຢູ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວທຳອິດໃນບັນດາເຫດການປີ APEC 2017 ເຊິ່ງ ຫວຽດນາມ ຈັດຕັ້ງ. ກອງປະຊຸມຈະລວມມີການເຄື່ອນໄຫວຕົ້ນຕໍ 3 ຢ່າງ. ກອງປະຊຸມສຳມະນາກ່ຽວກັບບຸລິມະສິດຂອງປີ APEC 2017, ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ກຳແໜ້ນກ່ຽວກັບຄວາມສົນໃຈຂອງບັນດາພື້ນຖານເສດຖະກິດສະມາຊິກຕື່ມອີກ, ພ້ອມທັງຮັບເອົາບັນດາຄຳເຫັນຂອງຜູ້ແທນ, ບັນດາອົງການສາກົນ, ວົງການນັກຮຽນຮູ້ ແລະ ວິສາຫະກິດ ຫວຽດນາມ ແລະ APEC ກ່ຽວກັບທ່າອ່ຽງການຮ່ວມມືສາກົນ ແລະ ພາກພື້ນກ່ຽວຂ້ອງເຖິງບັນດາທິດບຸລິມະສິດເຊິ່ງ ຫວຽດນາມ ໄດ້ນຳສະເໜີ. ຄາດວ່າ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ, ປະທານຄະນະກຳມະການແຫ່ງຊາດ APEC 2017 ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມສຳມະນາ. ການໂອ້ລົມສົນທະນາ APEC ແລະ ວິສາຫະກິດ “ສ້າງກຳລັງໜູນໃໝ່ຊຸກຍູ້ການເຕີບໂຕ ແລະ ເຊື່ອມຕໍ່ APEC”, ແມ່ນຂໍ້ລິເລີ່ມຂອງ ຫວຽດນາມ ໃນບົດບາດເປັນປະເທດເຈົ້າພາບຈັດຕັ້ງ. ກອງປະຊຸມບໍ່ເປັນທາງການບັນດາເຈົ້າໜ້າທີ່ຂັ້ນສູງ APEC (ISOM) ແມ່ນການເຄື່ອນໄຫວສຳຄັນທີ່ສຸດຂອງວາລະປະຊຸມຄັ້ງນີ້. ກອງປະຊຸມໂດຍທ່ານ ບູ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ປະທານບັນດາກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) APEC 2017 ເປັນປະທານ. Tag vovworld ISOM APEC ຂ່າວ/ບົດອື່ນ ປຸກລະດົມເດືອນກະທຳຄວາມປອດໄພຫຼັກອະນາໄມໃນການອອກແຮງງານ ແລະ ເດືອນກຳມະກອນປີ 2024 ສູນກາງພັກເຫັນດີ ອະນຸຍາດໃຫ້ທ່ານ ເວືອງດິ່ງເຫວະ ຂໍລາອອກຈາກຕຳແໜ່ງ ໄຂງານວາງສະແດງ ເສັ້ນທາງຂຶ້ນໄປສູ່ດຽນບຽນຝູ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຊຸກຍູ້ການປະຕິບັດ ໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ໃຫ້ສຳເລັດຖືກຕາມເວລາກຳນົດ
ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຊຸກຍູ້ການປະຕິບັດ ໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ໃຫ້ສຳເລັດຖືກຕາມເວລາກຳນົດ
ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ລາວ ເປັນປະທານຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດອາຊຽນແລະ ບັນດາຄູ່ຮ່ວມມື
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ