ແນະ​ນຳ​ປຶ້ມ “ຄວາມ​ຮັກ​ແພງ ແລະ ຄວາມ​ໄວ້​ເນື້ອ​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ ແລະ ເພື່ອນ​ມິດ​ສາ​ກົນ​ທີ່​ມີ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) -ຕອນເຊົ້າວັນທີ 18 ມັງກອນ, ຢູ່ຮ່າໂນ້ຍ, ໜັງສືພິມ Nhan dan ໄດ້ສົມທົບກັບສຳນັກພິມການເມືອງແຫ່ງຊາດ ຊື້ເທິດ ຈັດຕັ້ງພິທີມອບປຶ້ມ “ຄວາມຮັກແພງ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ເພື່ອນມິດສາກົນ ທີ່ມີຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ”. 

        ນີ້ແມ່ນປຶ້ມເຫຼັ້ມທີ 2, ຕໍ່ຈາກເຫຼັ້ມທີ 1: “ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກັບນ້ຳໃຈຂອງປະຊາຊົນພາຍໃນປະເທດ ແລະ ເພື່ອນມິດສາກົນ”, ເຊິ່ງໄດ້ພິມຈຳໜ່າຍແຕ່ເດືອນມິຖຸນາ 2019.

ແນະ​ນຳ​ປຶ້ມ “ຄວາມ​ຮັກ​ແພງ ແລະ ຄວາມ​ໄວ້​ເນື້ອ​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ ແລະ ເພື່ອນ​ມິດ​ສາ​ກົນ​ທີ່​ມີ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ພິທີແນະນຳປຶ້ມ “ຄວາມຮັກແພງ ແລະ ຄວາມໄວ້ເນື້ອເນື້ອເຊື່ອໃຈຂອງປະຊາຊົນ ແລະ ເພື່ອນມິດສາກົນທີ່ມີຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: VOV)

        ຈາກບົດຂຽນ, ບົດກະວີນັບພັນບົດຂອງຜູ້ຂຽນທີ່ບໍ່ເປັນມືອາຊີບຂອງປະຊາຊົນທຸກຊັ້ນວັນນະທີ່ໄດ້ເອົາລົງໃນໜັງສືພິມເອເລັກໂຕນິກ, ເວັບໄຊ ແລະ  ອື່ນໆ, ໜັງສືພິມ Nhan dan ໄດ້ຄັດເລືອກ, ຮຽບຮຽງ ແລະ ສົມທົບກັບໂຮງພິມການເມືອງແຫ່ງຊາດ ຊື້ເທິດ ເພື່ອພິມຈຳໜ່າຍປຶ້ມເຫຼັ້ມນີ້. ປຶ້ມເຫຼັ້ມນີ້ມີທັງໝົດກວ່າ 620 ໜ້າ, ລວມມີ 2 ພາກ: “ຄວາມຮັກ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນພາຍໃນປະເທດ” ແລະ “ອາລົມຈິດຄວາມຮັກແພງຂອງເພື່ອນມິດສາກົນ”, ອັນຊ່ວຍໃຫ້ຜູ້ອ່ານໄດ້ຮູ້ຈັກເຖິງຫຼາຍເນື້ອໃນ, ເອກະສານທີ່ລ້ຳຄ່າ ແລະ ສັດຊື່ ດ້ວຍຫຼາກຫຼາຍມຸມມອງ.

ຕອບກັບ

ຂ່າວ/ບົດ​ອື່ນ