ແນະນຳປື້ມພາບ “50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ”

(VOVWORLD) -ປື້ມພາບຫົວນີ້ໄດ້ແນະນຳເຖິງຜູ້ອ່ານບັນດາຄຳພິໄນກຳທີ່ສັກກະລະບູຊາຂອງປະທານໂຮ່ຈິມິນ, ພ້ອມກັບພາບຖ່າຍເກືອບ 400 ແຜ່ນທີ່ມີຊີວິດຊີວາ, ອຸດົມສົມບູນ

ແນະນຳປື້ມພາບ “50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ” - ảnh 1 ປື້ມພາບ “50 ປີແຫ່ງວັນປະຕິບັດຄຳວິໄນກຳຂອງປະທານໂຮ່ຈິມິນ

(ພາບ: tuoitre.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳວິໄນກຳທີ່ສັກກະຫຼະບູຊາຂອງເພີ່ນ, ສຳນັກພິມຈຳໜ່າຍສຳນັກຂ່າວ ໄດ້ສົມທົບກັບສະຖາບັນໂຮ່ຈິມິນ ແລະ ບັນດາການນຳພັກ ແລະ ຫໍພິພິທະພັນໂຮ່ຈິມິນ ຮຽບຮຽງ, ພິມຈຳໜ່າຍປື້ມພາບ “50 ປີແຫ່ງວັນປະຕິບັດຄຳວິໄນກຳຂອງປະທານໂຮ່ຈິມິນ (1969 - 2019)”.

        ປື້ມພາບຫົວນີ້ໄດ້ແນະນຳເຖິງຜູ້ອ່ານບັນດາຄຳພິໄນກຳທີ່ສັກກະລະບູຊາຂອງປະທານໂຮ່ຈິມິນ, ພ້ອມກັບພາບຖ່າຍເກືອບ 400 ແຜ່ນທີ່ມີຊີວິດຊີວາ, ອຸດົມສົມບູນ, ສ່ອງແສງຕົວຈິງກ່ຽວກັບປະເທດຫວຽດນາມ ອົງອາດກ້າຫານ, ຮັກຫອມສັນຕິພາບ, ໃກ້ຊິດສະໜິດສະໜົມ, ມີຫົວຄິດປະດິດສ້າງ ເພື່ອເປົ້າໝາຍທ້ອນໂຮມປະເທດຊາດເປັນເອກະພາບ, ເສລີພາບ, ປະຊາທິປະໄຕ ແລະ ຮັ່ງມີເຂັ້ມແຂງ - ເຊິ່ງແມ່ນຄວາມມຸ່ງມາດປາດຖະໜາຂອງເພີ່ນກ່ອນທີ່ຈາກໄປ. ເນື້ອໃນຂອງປື້ມຫົວນີ້ໄດ້ແບ່ງເປັນ 3 ພາກຄື: ຄຳພິໄນກຳຂອງປະທານໂຮ່ຈິມິນ - ເອກະສານປະຫວັດສາດ; ບັນດາຜົນງານອັນໃຫຍ່ຫຼວງຂອງການປະຕິວັດຫວຽດນາມ ຜ່ານໄລຍະ 50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ; ການກໍ່ສ້າງ, ປັບປຸງພັກ; ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ. ປື້ມລວມມີ 280 ໜ້າ, ພິມດ້ວຍ 2 ພາສາ ຫວຽດນາມ - ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ