ແນະ​ນຳວັດ​ທະ​ນະ​ທຳ​ສິ​ລະ​ປະພື້ນ​ເມືອງ ​ຂອງ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ເຢຍ​ລະ​ມັນ ແລະ ເອີ​ລົບ.

(VOVWORLD) - ເປີດສາກງານມະໂຫລານ ແມ່ນ ລາຍການເລົ່າ “ເລື່ອງກ່ຽວ” ຂອງນັກກະວີ ຫງວຽນຢູ ໂດຍນັກສິລະປິນຊາວເຢຍລະມັນ Christiane Voigt ສະແດງດ້ວຍພາສາເຢຍລະມັນ.
ແນະ​ນຳວັດ​ທະ​ນະ​ທຳ​ສິ​ລະ​ປະພື້ນ​ເມືອງ ​ຂອງ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ເຢຍ​ລະ​ມັນ ແລະ ເອີ​ລົບ. - ảnh 1ລາຍການສະແດງສິລະປະທີ່ງານມະໂຫລານ (ພາບ: TTXVN)

ຕອນຄ່ຳວັນທີ 30 ກັນຍາ, ຢູ່ Berlin, ນະຄອນຫຼວງປະເທດ ເຢຍລະມັນ, ບັນດານັກສິລະປິນເຊື້ອຊາດ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ເຢຍລະມັນ ໄດ້ແນະນຳ ບັນດາລາຍການສະແດງສິລະປະທີ່ພົ້ນເດັ່ນ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ, ສົມທົບກັບບັນດາຈຸດວັດທະນະທຳຍຸກສະໄໝຂອງໂລກ ໄປຍັງເພື່ອນມິດສາກົນ ໃນຂອບເຂດ ງານມະໂຫລານ ສິລະປະ ອາຊີ Berlin 2023. ລາຍການມີການເຂົ້າຮ່ວມຢ່າງຫຼວງຫຼາຍຂອງ ເພື່ອນມິດເຢຍລະມັນ ແລະ ບັນດາປະເທດອື່ນໆ ກໍ່ຄືຊາວຫວຽດນາມ ພວມດຳລົງຊີວິດຢູ່ ເຢຍລະມັນ.

ເປີດສາກງານມະໂຫລານ ແມ່ນ ລາຍການເລົ່າ “ເລື່ອງກ່ຽວ” ຂອງນັກກະວີ ຫງວຽນຢູ ໂດຍນັກສິລະປິນຊາວເຢຍລະມັນ Christiane Voigt ສະແດງດ້ວຍພາສາເຢຍລະມັນ. ຖັດຈາກນັ້ນ, ຜູ້ຊົມກໍ່ໄດ້ຮັບຊົມຫຼາຍລາຍການປະສານສຽງ ເຄື່ອງດົນຕີພື້ນເມືອງ ທີ່ເຂັ້ມຂຸ້ນໄດ້ດ້ວຍສີສັນວັດທະນະທຳ ຫວຽດນາມ. ບັນດານັກສິລະປິນ ໄດ້ ແນະນຳບັນດາທຳນອງດົນຕີພື້ນເມືອງ ຂອງ 3 ພາກ ເໜືອ, ກາງ, ໃຕ້ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ