ແບ່ງ​ປັນ​ຈຳ​ນວນ​ເງິນ 51,5 ລ້ານ USD ຈາກ​ການ​​ຂາຍ Credit Carbon ​​

(VOVWORLD) - ມາຮອດປັດຈຸບັນ, ຫວຽດນາມ ໄດ້ສຳເລັດການມອບໂອນ carbon dioxide (CO2) ເປັນຈຳນວນ 10,3 ລ້ານໂຕນ ຢູ່ທິດເໜືອພາກກາງ ໃນໄລຍະ 2018 – 2024 ໃຫ້ແກ່ທະນາຄານ ໂລກ (WB).
ແບ່ງ​ປັນ​ຈຳ​ນວນ​ເງິນ 51,5 ລ້ານ USD ຈາກ​ການ​​ຂາຍ Credit Carbon ​​ - ảnh 1ທ່ານ ເຈິ່ນກວາງບ໋າວ ຫົວໜ້າກົມປ່າໄມ້ ແບ່ງປັນຂໍ້ມູນ ທີ່ການຖະແຫຼງຂ່າວ (ພາບ: bnews.vn/TTXVN)

ທີ່ການຖະແຫຼງຂ່າວນັດສາມັນ ປະຈຳໄຕມາດ I/2024 ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນກວາງບ໋າວ, ຫົວໜ້າກົມປ່າໄມ້ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ຫວຽດນາມ ໄດ້ສຳເລັດການມອບໂອນ carbon dioxide (CO2) ເປັນຈຳນວນ 10,3 ລ້ານໂຕນ ຢູ່ທິດເໜືອພາກກາງ ໃນໄລຍະ 2018 – 2024 ໃຫ້ແກ່ທະນາຄານ ໂລກ (WB). ພ້ອມທັງ, ຫວຽດນາມໄດ້ຮັບເງິນເປັນຈຳນວນ 51,5 ລ້ານ USD ຢ່າງຄົບຖ້ວນແລ້ວ. ປັດຈຸບັນ ໄດ້ຈັດແບ່ງ 80% ຈຳນວນເງິນດັ່ງກ່າວໃຫ້ແກ່ 6 ແຂວງທາງທິດເໜືອພາກກາງ ທີ່ເຂົ້າຮ່ວມ ແລະ 1 - 2 ເດືອນຈະມາເຖິງ ຈະຈັດແບ່ງຈຳນວນເງິນທີ່ຍັງເຫຼືອໃຫ້ແກ່ທ້ອງຖິ່ນ ແລະ ປະຊາຊົນ, ຊຸມຊົນທີ່ຮັບເໝົາການປົກປັກຮັກສາປ່າ.

ຕາມກົມປ່າໄມ້ແລ້ວ, ຂໍ້ຕົກລົງວ່າດ້ວຍການເບີກຈ່າຍການ ຫຼຸດຜ່ອນການປ່ອຍ ອາຍພິດເຮືອນແກ້ວທາງທິດເໜືອພາກກາງ (ERPA) ໄດ້ຮັບການລົງທຶນໃນວັນທີ 22 ຕຸລາ ປີ 2020 ລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກັບ WB ດ້ວຍຖານະບົດບາດເປັນຝ່າຍໄດ້ຮັບການມອບສິດ ຈາກກອງທຶນຄູ່ຮ່ວມມື ກາກບອນ ປ່າໄມ້ (FCPF) ເພື່ອແນໃສ່ມອບໂອນ ຈຳນວນ GPT 10,3 ລ້ານໂຕນ carbon dioxide (CO2) ຢູ່ທິດເໜືອພາກກາງ ໃນໄລຍະ 2018 – 2024, ດ້ວຍລາຄາ 5 USD/ໂຕນ CO2 ປະມານ 51,5 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ