ແບ່ງປັນບົດຮຽນສາກົນກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ

ແບ່ງປັນບົດຮຽນສາກົນກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ - ảnh 1
ກອງ​ປະຊຸມ​ແບ່ງປັນ​ບົດ​ຮຽນ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ,ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ
photo:baomoi.com

(vovworld)- ວັນ​ທີ 27/8, ຢູ່ ນະຄອນ ຫວູງ​ເຕົາ, ອົງການ​ກວດກາ​ລັດຖະບານ ຈັດ​ຕັ້ງ​ກອງ​ປະຊຸມ​ແບ່ງປັນ​ບົດ​ຮຽນ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ,ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ສາກົນ, ຜູ້ຕາງຫນ້າ​ບັນດາ​ກະຊວງ, ຂະ​ແຫນງ​ການ, ອົງການ​ສູນ​ກາງ ​ແລະ ອົງການ​ກວດກາ​ບັນດາ​ທ້ອງ​ຖິ່ນ​ທາງ​ພາກ​ໃຕ້.  ນະ​ທີ່​ນີ້ ບັນດາ​ຜູ້​ແທນ ​ໄດ້​ຮັບ​ຟັງ​ນັກ​ປະ​ຖະກະຖາ​ຂອງ​ທະນາຄານ​ໂລກ, ອົງການ​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກຳ​ຂອງ ສປຊ ​ແບ່ງປັນ​ບົດຮຽນ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ,ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກັບ​ນັກ​ປະຖະກະຖາຂອງ​ທະນາຄານ​ໂລກ ​ແລະ ອົງການ​ປ້ອງ​ກັນ​ຕ້ານຢາ​ເສບ​ຕິດ ​ແລະ ອາດຊະ​ຍາກ​ອນ ສປຊ, ຍົກ​ອອກ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ, ສິ່ງ​ທ້າ​ທາຍ​ທີ່​ປະສົບ​ໃນ​ວິວັດ​ການ​ເຮັດ​ວຽກ, ປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່​ຫວຽດນາມ ​ເພື່ອ​ຊອກ​ຫາ​ມາດ​ຕະການ, ຂໍ້​ສະ​ເຫ​ນີ​ແນະ​ດີ​ສຸດ​ເພື່ອ​ຍູ້​ໃຫ້​ໄພ​ສໍ້​ລາດ​ບັງ​ຫລວງ​ຢູ່​ຫວຽດນາມ​ໃຫ້​ຖອຍ​ໄປ.

 

ຂ່າວ/ບົດ​ອື່ນ