ແບນຊິກ ຮັບດຳລົງຕຳແຫນ່ງປະທານສະພາສະຫະພາບເອີລົບ

(VOVWORLD) -ກ່າວຄຳເຫັນໃນການຖະແຫລງຂ່າວ, ທ່ານນາຍົກລັດຖະມົນຕີ Alexander De Croo ເນັ້ນຫນັກຢ່າງແຮງຕໍ່ການສືບຕໍ່ຫນູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ 
ແບນຊິກ ຮັບດຳລົງຕຳແຫນ່ງປະທານສະພາສະຫະພາບເອີລົບ - ảnh 1ທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo ແລະ ທ່ານນາງປະທານ ຄະນະກຳມະການເອີລົບ  Ursula Von Der Leyen.ພາບ:Les Specialiste

ຕອນບ່າຍວັນທີ 5 ມັງກອນ ຢູ່ ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ ໄດ້ດຳເນີນພິທີສາບານຕົວຮັບດຳລົງຕຳແຫນ່ງ ປະທານສະພາສະຫະພາບເອີລົບ (EU)  ຂອງແບກຊິກ. ທີ່ພິທີ ທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo ພ້ອມກັບທ່ານນາງປະທານ ຄະນະກຳມະການເອີລົບ  Ursula Von Der Leyen ເຂົ້າຮ່ວມພິທີເປີດສະຫລອງ ສັນຍາລັກອາຍຸການປະທານສະພາ EU ຄັ້ງທີ 13 ຂອງປະເທດນີ້ ໂດຍໄດ້ຕັ້ງຢູ່ພູສີລະປະ Mont des Arts.  ກ່າວຄຳເຫັນໃນການຖະແຫລງຂ່າວ, ທ່ານນາຍົກລັດຖະມົນຕີ Alexander De Croo ເນັ້ນຫນັກຢ່າງແຮງຕໍ່ການສືບຕໍ່ຫນູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ ຈະແມ່ນບັນຫາບຸລິມະສິດແຖວຫນ້າ ເມື່ອແບນຊິກ ຮັບດຳລົງຕຳແຫນ່ງປະທານໝູນວຽນຂອງ ສະພາ EU.                      ປະຊາຊົນ ເອີລົບ ສ່ວນຫລາຍແມ່ນລໍຄອຍສະຫະພາບເອີລົບ. ເຂົາເຈົ້າມີຄວາມຫວັງວ່າ ສະຫະພາບເອີລົບ ຈະປົກປ້ອງເຂົາເຈົ້າ, ເພີ່ມທະວີສະຫວັດດີການສັງຄົມໃຫ້ເຂົາເຈົ້າ ແລະ ກະກຽມໃຫ້ແກ່ອະນາຄົດອັນດີງາມ. ແລະ ອະນາຄົດລວມຂອງ ເອີລົບ ກັບ ຢູແກຼນ ແມ່ນຢູ່ທີ່ຕັ້ງໃຈກາງ”

ຕາມທ່ານນາງ Von Der Leyen ແລ້ວ, ອາຍຸການຈະມາເຖິງ ຂອງແບນຊິກ ແມ່ນ ມີຄວາມສຳຄັນ ເພື່ອແກ້ໄຂ ຫລາຍບັນຫາກໍ່ຍິ່ງດີ ກ່ອນທີ່ຈັດຕັ້ງການເລືອກຕັ້ງຢູ່ ເອີລົບ ຄາດວ່າດຳເນີນໄປໃນວັນທີ 9 ມິຖຸນາ ຈະມາເຖິງ.

     ແອງຕວນ ນັກຂ່າວ VOVປະຈຳ Paris

ຕອບກັບ

ຂ່າວ/ບົດ​ອື່ນ