ແບນຊິກປະກາດໄວ້ທຸກໃນທົ່ວປະເທດເປັນເວລາ3ວັນເພື່ອອາໄລຫາຜູ້ປະສົບເຄາະຮ້າຍຈາກເຫດການກໍ່ການຮ້າຍ

ແບນຊິກປະກາດໄວ້ທຸກໃນທົ່ວປະເທດເປັນເວລາ3ວັນເພື່ອອາໄລຫາຜູ້ປະສົບເຄາະຮ້າຍຈາກເຫດການກໍ່ການຮ້າຍ - ảnh 1
ເສັ້ນທາງຖືກປິດລ້ອມພາຍຫຼັງເຫດວາງລະເບີດຢູ່ບຣຸກແຊນ
(ພາບ: AFP/TTXVN)

(vovworld) –  ວັນ​ທີ 22/3, ​ແບນ​ຊິກ​ໄດ້​ປະກາດ​​ໄວ້​ທຸກ​ທົ່ວ​ປະ​ເທດ​ເປັນ​ເວລາ 3 ວັນ​ເພື່ອ​ອາ​ໄລ​ຫາ​ບັນດາ​ຜູ້​ຖືກ​ເສຍ​ຊີວິດ​ພາຍຫຼັງ​​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ນອງ​ເລືອດຄັ້ງ​ຕ່າງໆຢູ່ ບຣຸກ​ແຊນ. ຕາມ​ໂຄສົກ​ຂອງ​ທ່ານ​ນາຍົກລັດຖະມົນຕີ Charles Michel ​ແລ້ວ, ທຸກໆ​ອົງການ​ແຫ່ງ​ລັດ​ໃນ​ທົ່ວ​ປະ​ເທດ​ຈະຕ້ອງ​ລົດ​ທຸງ​ລົງ​ເຄິ່ງ​ເສົາ​ຮອດ​ວັນ​ທີ 24/3. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ບັນດາ​ເຈົ້າ​ໜ້າ​ທີ່ ​ແບນ​ຊິກ​ ​ໄດ້​ປະກາດ​ບາງ​ຮູບ​ພາບ​ທີ່​ບັນທຶກ​ໄດ້ຈາກ ກອງ​ຖ່າຍ​ວີ​ດີ​ໂອ ສັງ​ເກ​ດກ່ຽວ​ກັບ 3 ​​ເປົ້າ​ໝາຍ​ທີ່​ຖືກ​ສົງ​ໄສ​ວ່າປະຕິບັດ​ເຫດ​ບຸກ​ໂຈມ​ຕີ​ຢູ່​ສະໜາ​ມບິນ Zaventam ຢູ່ ບຣຸກ​ແຊນ, ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 14 ຄົ​ນ​ເສຍ​ຊີວິດ. ຕຳຫຼວດ ​ແບນ​ຊິກ ​ໃຫ້​ຮູ້​ວ່າ: ບັນດາ​ຮູ​ບພາບ, ທີ່​ໄດ້ປະກາດ​ຕາມ​ຂໍ້​ສະ​ເໜີ​ຂອງ​ອົງການ​ໄອ​ຍະ​ການ​ລະຫວ່າງ​ລັດ, ​ສະ​ແດງ​ໃຫ້​ເຫັນ​ວ່າ 3 ​ເປົ້າ​ໝາຍດັ່ງກ່າວ​ໄດ້ຍູ້​ລໍ້ທີ່​ບັນລຸກະ​ເປົາຈຳນວນ​ໜຶ່ງ​ໄປ​ຜ່ານ​ເຂດ​ເຮັດ​ລະບຽບການ​ແຈ້ງ​ເອກະສານ​ໃນ​ສະໜາມ​ບິນ.


ຂ່າວ/ບົດ​ອື່ນ