ແຜ່ຂະຫຍາຍຄຸນຄ່າອັນດີງາມເຖິງປະຊາຊົນສອງປະເທດ ຫວຽດນາມ - ລາວ

(VOVWORLD) - ເຂົ້າຮ່ວມລາຍການມີຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າບັນດາອົງການອ້ອມຂ້າງສະຖານທູດ, ພ້ອມກັບປະຊາຊົນ ຫວຽດນາມ ແລະ ປະຊາຊົນລາວ ທີ່ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ເປັນຈຳນວນຫຼວງຫຼາຍ.
ແຜ່ຂະຫຍາຍຄຸນຄ່າອັນດີງາມເຖິງປະຊາຊົນສອງປະເທດ ຫວຽດນາມ - ລາວ - ảnh 1ການສະແດງຂອງໂຮງລະຄອນ ຫວຽດນາມ

ເພື່ອຍ້ອງຍໍຊົມເຊີຍປະທານໂຮ່ຈີມິນ ແລະ ນ້ຳໃຈມິດຕະພາບ ຫວຽດນາມ -ລາວ, ຕອນບ່າຍວັນທີ 29 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບໂຮງລະຄອນ ຫວຽດນາມ ຈັດລາຍການພົບປະແລກປ່ຽນສະແດງສິລະປະເພື່ອເພີ່ມພູນຄູນສ້າງສາຍພົວພັນພິເສດ ຫວຽດນາມ - ລາວ. ເຂົ້າຮ່ວມລາຍການມີຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າບັນດາອົງການອ້ອມຂ້າງສະຖານທູດ, ພ້ອມກັບປະຊາຊົນ ຫວຽດນາມ ແລະ ປະຊາຊົນລາວ ທີ່ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ເປັນຈຳນວນຫຼວງຫຼາຍ.

        ທີ່ການພົບປະ, ບັນດານັກສິລະປິນຂອງໂຄງລະຄອນ ຫວຽດນາມ ແລະ ບັນດານັກສິລະປິນຂອງ ວິທະຍາໄລ ສິລະປະແຫ່ງຊາດລາວ ໄດ້ສະແດງບັນດາລາຍການສິລະປະຍ້ອງຍໍຊົມເຊີຍນ້ຳໃຈມິດຕະພາບ ຫວຽດນາມ - ລາວ, ຍ້ອງຍໍຊົມເຊີຍປະທານໂຮ່ຈີມິນ, ພ້ອມທັງແນະນຳ, ໂຄສະນາກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ