ແຜ່ນດິນໄຫວຢູ່ເມືອງຫົງສາ, ແຂວງ ໄຊຍະບູລີ

(VOVWORLD) -ເກີດແຜ່ນດິນໄຫວ 6,4 ຮິກເຕີ ຢູ່ເມືອງຫົງສາ, ແຂວງ ໄຊຍະບູລີປະເທດ ລາວ

ຂປລ.ອີງຕາມແຈ້ງການ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນວັນທີ 21 ພະຈິກ 2019, ໄດ້ເກີດເຫດແຜ່ນດິນໄຫວ ໃນຂອບເຂດຂອງ ສປປ ລາວ ຈຳນວນ 18 ຄັ້ງ ເຊິ່ງຄັ້ງທີ 2 ມີຄວາມແຮງ 5,9 ຮິກເຕີ ໃນເວລາ 4 ໂມງ 03 ນາທີ ແລະ ຄັ້ງທີ 17 ມີຄວາມແຮງ 6,4 ຣິກເຕີ ໃນເວລາ 6 ໂມງ 50 ນາທີ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ເຊິ່ງຮູ້ສຶກສັ່ນສະເທືອນ ຢູ່ໃນບັນດາແຂວງພາກເໜືອ ຈົນເຖິງນະຄອນຫລວງວຽງຈັນ.

  ຄັດຈາກຂປລ

ຕອບກັບ

ຂ່າວ/ບົດ​ອື່ນ