ແຜນທີ່່ກຳປູເຈຍໃຊ້ເພື່ອຂີດເສັ້ນຊາຍແດນກັບຫວຽດນາມຄືກັນກັບແຜນທີ່ຂອງສປຊ

ແຜນທີ່່ກຳປູເຈຍໃຊ້ເພື່ອຂີດເສັ້ນຊາຍແດນກັບຫວຽດນາມຄືກັນກັບແຜນທີ່ຂອງສປຊ - ảnh 1
(​ແຜນ​ທີ​່ກຳ​ປູເຈຍ​​​ໃຊ້ເພື່ອຂີດ​ເສັ້ນ​ຊາຍ​ແດນກັບ​ຫວຽດນາມ​
ຄື​ກັນກັບ​ແຜນ​ທີ​ຂ​ອງສປຊ)

(vovworld) – ແຜນ​ທີ​​່ເຊິ່ງກຳ​ປູເຈຍ​​ ​ໃຊ້ເພື່ອຂີດ​ເສັ້ນ​ຊາຍ​ແດນກັບ​ຫວຽດນາມ​ ​ແມ່ນຄື​ກັນກັບ​ແຜນ​ທີ່ຂອງສະຫະ​ປະຊາ​ຊາດ. ນີ້​ແມ່ນ​ໝາກຜົນ​ແຫ່ງ​ການ​ພິຈາລະນາ ​ແລະ ຕັດສິນ ​ໂດ​ຍຄະນະກຳມະການ​ປະສານ​ງານ​ຮັບ ​ແລະ ປຽບທຽບ​​ແຜນ​ທີ່ຂອງ​ລັດຖະບານ​ກຳປູ​ເຈຍ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/08. ການພິຈາລະນາ ​ແລະ ຕັດສິນປຽບທຽບ​ດຳ​ເນີນ​ໄປ ດ້ວຍການ​ເຂົ້າ​ຮ່ວມ​ຂອງ 3 ພັກ​ໃຫຍ່ຂອງ​ປະ​ເທດ​ນີ້​ຄື: ພັກ​ປະຊາຊົນ​ກຳປູ​​ເຈຍ (CPP) ກຳ​ອຳນາດ, ພັກກູ້​ຊາດ​ກຳປູ​ເຈ​ຍ (CNRP) ຝ່າຍ​ຄ້ານ ລະ ພັກ FUNCINPEC; ຜູ້ຕາງ​ໜ້າ​ສະພາ​ສູງ, ສະພາ​ແຫ່ງ​ຊາດ, ສະພາ​ຜູ້​ພິພາກສາ​ສູງສຸດ​ກຳ​ປູ​ເຈ​ຍ, ບັນດາ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ ​ແລະ ​ນັກ​ຂ່າວ​ສາກົນ… ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຖືກ​ດຳ​​ເນີນ​ໄປ​ຢູ່​ຫໍ​ສັນຕິພາບ, ນະຄ​ອນຫຼວງ​ພະ​ນົມ​ເປັນ.

          ພາຍຫຼັງການພິຈາລະນາ ​ແລະ ຕັດສິນ, ທ່ານ​ລັດຖະມົນຕີ​ຂັ້ນ​ສູງ, ຫົວໜ້າ​ຄະນະ​ກຳມະການ​ຊາຍ​​ແດນ​ແຫ່ງ​ຊາດ​ກຳປູ​ເຈຍ Var Kimhong ​ເນັ້ນ​ໜັກ​ວ່າ, ​ແຜນ​ທີ​່ກຳປູ​ເຈຍ ຂອງ​ສະຫະ​ປະຊາ​ຊາດ ບໍ່​​ແຕກ​ຕ່າ​ງຫຍັງກັບ​ແຜນ​ທີ່ເຊິ່ງຄະນະ​ກຳມະການປະສົມ​ກ່ຽວ​ກັບ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​​ແດນ​ທາງບົກ​ກຳປູ​ເຈຍ ​- ຫວຽດນາມ ​ໄດ້ ​ແລະ ພວມ​ນຳ​ໃຊ້.

          ​ໂຄສົກ​ລັດຖະບານ​ກຳ​​ປູ​ເຈຍ, ລັດຖະມົນຕີ​ Phay Siphan, ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຸດ​ທ້າຍ​ຂອງ​ລັດຖະບານ​ລາຊະ​ອານາຈັກ​ກຳປູ​ເຈຍ ​ເພື່ອ​​​ເປີດເຜີຍ​​​ລັກສະນະ​ຖືກຕ້ອງ, ກະຈ່າງ​ແຈ​້ງ ກ່ຽວ​ກັບ​ວິວັດ​ການ​ເຈລະຈາ ​ແລະ ຂີ​ດ​ເສັ້ນ​ຊາຍ​ແດນ​ກັບ​ຫວຽດນາມ. ພ້ອມກັນ​ນັ້ນ, ລັດຖະບານ​ກຳປູ​ເຈຍ ຈະລົງ​ໂທດ​ບັນດທຸກ​ການ​ກະທຳ​ເສກ​ສັນ​ປັ້ນ​ແຕ່ງ​ບັນຫາ​ຊາຍ​ແດ​ນຕາມ​ກົດໝາຍ.

ຂ່າວ/ບົດ​ອື່ນ