ແລກປ່ຽນບົດຮຽນວຽກ ງານຂົນຂວາຍປະຊາຊົນ ກັບຄະນະພະນັກງານກຳມະການສູນກາງແນວ ລາວ ສ້າງຊາດ

ແລກປ່ຽນບົດຮຽນວຽກ ງານຂົນຂວາຍປະຊາຊົນ ກັບຄະນະພະນັກງານກຳມະການສູນກາງແນວ ລາວ ສ້າງຊາດ - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 9/10 ຢູ່​ຮ່າ​ໂນ້ຍ, ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ສົມທົບ​ກັບ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້ຈັດ​ຕັ້ງ​ຊຸດ​ອົບຮົມແລກປ່ຽນບົດຮຽນກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ກັບ​ພະນັກງານຄະນະກຳມະການ​ສູນ​ກາງ​​ແນວ​​ລາວ ສ້າງ​ຊາດ. ນະ​ທີ່​ນີ້, ບັນດາ​ພະນັກງານ​​ແນວ​​ລາວ ສ້າງ​ຊາດ ​ໄດ້​ຮັບ​ຟັງ​​ແນະນຳ​ບັນດາ​ຫົວ​ເລື່ອງ​ສະ​ເພາະທິ​ດສະ​ດີພື້ນຖານ​ກ່ຽວ​ກັບ: ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່; ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ທີ່​ມີ​ຕໍ່​ວຽກ​ງານ​ຊົນ​ເຜົ່າ, ສາສະໜາ; ວຽກ​ງານຂົນຂວາຍ​ປະຊາ​ຄົມ​ເຜົ່າ​ສ່ວນ​ໜ້ອຍ, ປະຊາຊົນ​ເຊື່ອ​ຖື​ສາສະໜາ; ກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ ​ແລະ ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່; ວຽກ​ງານ​ຂົນຂວາຍ​ໂຄສະນາ​ສາກົນ​ກ່ຽວ​ກັບ​ມູນ​ເຊື້ອ​ຄວາມສາມັກຄີ, ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ລາວ; ປ່ຽນ​ໃໝ່​ວິທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ໝູ່​ອົງການ​ຈັດ​ຕັ້ງ​ມະຫາຊົນ. ຜ່ານ​ການ​ຝຶກ​ອົບຮົມ​ຈະ​ຊ່ວຍ​ໃຫ້​ພະນັກງານແນວ​​ລາວ ສ້າງ​ຊາດ ​ມີ​ບົດຮຽນ ​ເຕື່ມ​ອີກປະກອບສ່ວນ​ປະຕິບັດ​ວຽກ​ງາ​ນຂົນຂວາຍ​ປະຊາຊົນ, ມະຫາຊົນ​ຢູ່​ປະ​ເທດ​ລາວ ​ໃນ​ສະພາບ​ການ​ໃໝ່ ​ໃຫ້​ດີກ​ວ່າ​ອີກ.

ຂ່າວ/ບົດ​ອື່ນ