ແລ​ກ​ປ່​ຽນ​ບົດ​ຮຽນ​ສາ​ກົນ ໃນ​ວຽກ​ງານ​ ປ້ອງກັນ ແລະ ຕ້ານ ອາດ​ຊະ​ຍາ​ກຳ

(VOVWORLD) - ເລື່ອງພົບປະ, ແລກປ່ຽນວຽກງານລະຫວ່າງກຳລັງຕຳຫຼວດ ສອງຝ່າຍ ຈະຊ່ວຍຮັດແໜ້ນນ້ຳໃຈມິດຕະພາບ, ການຮ່ວມມືລະຫວ່າງ ແຂວງ ບິ່ງເຢືອງ ແລະ ນະຄອນ Deajeon ໃຫ້ຫຼາຍກ່ວາເກົ່າ
ແລ​ກ​ປ່​ຽນ​ບົດ​ຮຽນ​ສາ​ກົນ ໃນ​ວຽກ​ງານ​ ປ້ອງກັນ ແລະ ຕ້ານ ອາດ​ຊະ​ຍາ​ກຳ - ảnh 1ທ່ານ ເຈິນວັນນາມ ເລຂາຄະນະພັກແຂວງ ບິ່ງເຢືອງ ແລະ ທ່ານ Hwang Un Ha, ຫົວໜ້າຕຳຫຼວດນະຄອນ Deajeon (ພາບ: binhduong.gov.vn)

       ວັນທີ 13 ພຶດສະພາ, ຢູ່ບິ່ງເຢືອງ, ທ່ານ ເຈິນວັນນາມ ເລຂາຄະນະພັກແຂວງ ບິ່ງເຢືອງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານ ຂອງ ຕຳຫຼວດນະຄອນ Deajeon, ສ.ເກົາຫຼີ, ໂດຍທ່ານ Hwang Un Ha, ຫົວໜ້າຕຳຫຼວດນະຄອນ Deajeon ເປັນຫົວໜ້າຄະນະ, ໄດ້ມາພົບປະແລກປ່ຽນບົດຮຽນໃນການປ້ອງກັນ ແລະ ຕ້ານ ອາດຊະຍາກຳ. ທ່ານ ເຈິນວັນນາມ ເລຂາຄະນະພັກແຂວງ ບິ່ງເຢືອງ ໄດ້ເນັ້ນໜັກກ່ຽວກັບການພົວພັນຮ່ວມມື, ມິດຕະພາບ ລະຫວ່າງ ແຂວງ ບິ່ງເຢືອງ ແລະ ນະຄອນ Deajeonໃນຫຼາຍຂົງເຂດ. ຄະນະພັກແຂວງ ບິ່ງເຢືອງ ຈະສະໜັບສະໜູນ ແລະ ຊີ້ນຳ ອຳນາດການປົກຄອງທຸກຂັ້ນສ້າງເງື່ອນໄຂສະດວກ ເພື່ອຜັນຂະຫຍາຍເລື່ອງລົງນາມໃນບົດບັນທຶກກ່ຽວກັບບັນດາການເຄື່ອນໄຫວປ້ອງກັນ ແລະ ຕ້ານ ອາດຊະຍາກຳລະຫວ່າງກຳລັງຕຳຫຼວດແຂວງບິ່ງເຢຶອງ ແລະ ນະຄອນ Deajeon, ສ.ເກົາຫຼີ ຢ່າງມີປະສິດທິຜົນ.

ທ່ານ Hwang Un Ha, ຫົວໜ້າຕຳຫຼວດນະຄອນ Deajeon, ສ.ເກົາຫຼີ ໄດ້ຢັ້ງຢືນວ່າ ເລື່ອງພົບປະ, ແລກປ່ຽນວຽກງານລະຫວ່າງກຳລັງຕຳຫຼວດ ສອງຝ່າຍ ຈະຊ່ວຍຮັດແໜ້ນນ້ຳໃຈມິດຕະພາບ, ການຮ່ວມມືລະຫວ່າງ ແຂວງ ບິ່ງເຢືອງ ແລະ ນະຄອນ Deajeon ໃຫ້ຫຼາຍກ່ວາເກົ່າ. ກ່ຽວຂ້ອງເຖິງການເຄື່ອນໄຫວແລກປ່ຽນບົດຮຽນ, ທ່ານ Hwang Un Ha ໄດ້ຖືວ່າ ກຳລັງຕຳຫຼວດ ນະຄອນ Deajeon ຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກັບ ຕຳຫຼວດ ແຂວງ ບິ່ງເຢືອງ ກ່ຽວກັບບັນດາບັນຫາຄືການ ຕ້ານ ແລະ ປ້ອງກັນອາດຊະຍາກຳຢ່າງເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ