ແຫຼ່ງໄຟຟ້າຈາກອາຍແກັດແຫຼວ LNG ຈະໄດ້ແຈກເຂົ້າແຫຼ່ງໄຟຟ້າແຫ່ງຊາດ

(VOVWORLD) - ຈະມີອາຍແກັດແຫຼວ (LNG) 60.000 ໂຕນ ໄດ້ສະໜອງໃຫ້ໂຮງງານໄຟຟ້າຄວາມຮ້ອນ ຝູມີ້ 3.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາທາງໄກ “ແບ່ງປັນຄວາມຮັບຜິດຊອບສະໜອງໄຟຟ້າໃນລະດູແລ້ງ 2024” ຈັດຂຶ້ນໃນຕອບບ່າຍວັນທີ 08 ເມສາ, ຢູ່ ຮ່າໂນ້ຍ. ທ່ານ ຫງວຽນກວກຈຸງ, ຮອງຫົວໜ້າສູນບໍລິຫານລະບົບໄຟຟ້າແຫ່ງຊາດ, ໃຫ້ຮູ້ວ່າ ຈະມີອາຍແກັດແຫຼວ (LNG) 60.000 ໂຕນ ໄດ້ສະໜອງໃຫ້ໂຮງງານໄຟຟ້າຄວາມຮ້ອນ ຝູມີ້ 3. ຄາດວ່າ, ວັນທີ 15 ເມສາ, ໂຮງງານໄຟຟ້າ ຝູມີ້ 3 ຈະເລີ່ມຮັບອາຍແກັດແຫຼວ LNG ເພື່ອແຈກໄຟຟ້າ. ທ່ານ ຫງວຽນກວັກຈູງ, ໃຫ້ຮູ້ວ່າ:

        “ປີ 2024, ກຸ່ມບໍລິສັດໄຟຟ້າ ຫວຽດນາມ ຊີ້ນຳບັນດາຫົວໜ່ວຍ, ໃນນັ້ນມີສູນບໍລິຫານລະບົບໄຟຟ້າແຫ່ງຊາດ ນຳເອົາແຫຼ່ງພະລັງງານໃໝ່ເຂົ້າເຄື່ອນໄຫວ, ນັ້ນແມ່ນອາຍແກັດແຫຼວ LNG. ນີ້ເປັນຄັ້ງທຳອິດທີ່ພວກເຮົານຳໃຊ້ LNG ເພື່ອແຈກໄຟຟ້າ. ນີ້ແມ່ນໜຶ່ງໃນບັນດາມາດຕະການແກ້ໄຂທີ່ບັນລຸປະສິດທິພາບເພື່ອໃຫ້ ຫວຽດນາມ ມີແຫຼ່ງໄຟຟ້າເພີ່ມເຕີມໃຫ້ແກ່ປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ