ແຮງງານ ຫວຽດນາມ ໃນການປະຕິວັດອຸດສາຫະກຳ 4.0

(VOVWORLD) - ການປະຕິວັດອຸດສາຫະກຳ 4.0 ເຖິງວ່າ ຫາກໍ່ເລີ່ມດຳເນີນກໍ່ຕາມ ແຕ່ໄດ້ມີການກະທົບໃດໜຶ່ງ ແລະ ກະທົບນັບມື້ນັບວ່ອງໄວເຖິງບັນດາຂົງເຂດຂອງຊີວິດການເປັນຢູ່, ເສດຖະກິດ - ສັງຄົມ ຢູ່ ຫວຽດນາມ. 
ແຮງງານ ຫວຽດນາມ ໃນການປະຕິວັດອຸດສາຫະກຳ 4.0 - ảnh 1 ທີ່ເວທີປາໄສ “ວຽກເຮັດ, ເງິນເດືອນ ແລະ ສະມັດຕະພາບແຮງງານຢູ່ ຫວຽດນາມ ໃນສະພາບການປະຕິວັດອຸດສາຫະກຳ 4.0”

ທີ່ເວທີປາໄສ “ວຽກເຮັດ, ເງິນເດືອນ ແລະ ສະມັດຕະພາບແຮງງານຢູ່ ຫວຽດນາມ ໃນສະພາບການປະຕິວັດອຸດສາຫະກຳ 4.0” ໂດຍສູນຖະແຫຼງຂ່າວ ແລະ ຄາດຄະເນດ້ານເສດຖະກິດ - ສັງຄົມແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຈັດຕັ້ງໃນວັນທີ 31 ຕຸລາ ຢູ່ ຮ່າໂນ້ຍ, ບັນດາຜູ້ແທນ ລ້ວນແຕ່ເຫັນດີເປັນເອກະພາບຖືວ່າ: ການປະຕິວັດອຸດສາຫະກຳ 4.0 ເຖິງວ່າ ຫາກໍ່ເລີ່ມດຳເນີນກໍ່ຕາມ ແຕ່ໄດ້ມີການກະທົບໃດໜຶ່ງ ແລະ ກະທົບນັບມື້ນັບວ່ອງໄວເຖິງບັນດາຂົງເຂດຂອງຊີວິດການເປັນຢູ່, ເສດຖະກິດ - ສັງຄົມ ຢູ່ ຫວຽດນາມ. ໃນນັ້ນ, ຂົງເຂດແຮງງານ, ວຽກເຮັດງານທຳ ໄດ້ຮັບຖືວ່າ ແມ່ນຂົງເຂດຖືກຜົນກະທົບຢ່າງແຮງທີ່ສຸດ ຍ້ອນການພັດທະນາຢ່າງວ່ອງໄວ ແລະ ກະໂດດຂັ້ນຂອງວິທະຍາສາດ ແລະ ເຕັກໂນໂລຊີເວົ້າລວມ, ການພັດທະນາຂອງພູມປັນຍາທຽມ ແລະ ເຕັກໂນໂລຊີຫຸນຍົນ, ເຕັກໂນໂລຊີອັດຕະໂນມັດ…ເວົ້າສະເພາະ. ຮອງສາດສະດາຈານ, ປະລິນຍາເອກ ຫງວຽນ ກວາງ ທໍ້, ຫົວໜ້າສະຖາບັນກຳມະກອນ ແລະ ກຳມະບານ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຍົກອອກມາດຕະການວ່າ:

        ທີ 1, ເພີ່ມທະວີວຽກງານສື່ມວນຊົນ, ຍົກສູງຄວາມຮັບຮູ້ຂອງທົ່ວສັງຄົມ, ບັນດາອົງການ, ວິສາຫະກິດ, ຊາວຜູ້ອອກແຮງງານກ່ຽວກັບທາດແທ້, ເນື້ອໃນ ແລະ ຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ 4.0 ແລະ ຜົນກະທົບຂອງມັນຕໍ່ພື້ນຖານເສດຖະກິດເວົ້າລວມ ແລະ ຕະຫລາດແຮງງານເວົ້າສະເພາະ. ທີ 2, ຄວນສ້າງລະບົບກົດໝາຍກ່ຽວກັບແຮງງານ, ວຽກເຮັດງານທຳໃຫ້ສຳເລັດ. ທີ 3, ຄວນປ່ຽນແປງໃໝ່ທາງດ້ານອາຊີວະສຶກສາ ໂດຍພື້ນຖານ ແລະ ຮອບດ້ານ, ສ້າງບາດກ້າວຫັນປ່ຽນຢ່າງຊັດເຈນ, ແທດຈິງກ່ຽວກັບຄຸນນະພາບ, ມີປະສິດທິຜົນໃນອາຊີວະສຶກສາ ທີ່ແທດເໝາະກັບການປະຕິວັດອຸດສາຫະກຳ 4.0.

        ປັດຈຸບັນ, ລັດຖະບານ ຫວຽດນາມ ໄດ້ສ້າງຍຸດທະສາດລະດັບຊາດກ່ຽວກັບການປະຕິວັດອຸດສາຫະກຳ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ