ແຮງວຽກງານໂຄສະນານະໂຍບາຍຂອງພັກ,ລັດ ກ່ຽວກັບພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ແລະ ການບໍລິການແລກປ່ຽນເງິນຕາຕ່າງປະເທດຂອງຂະແໜງທະນາຄານ

(VOVWORLD) - ທ່ານ ຫງວຽນດຶກເລັງ, ຮອງຜູ້ອຳນວຍການທະນາຄານແຫ່ງລັດ ສາຂາ ນະຄອນໂຮ່ຈີມິນ, ຖືວ່າຄວນສືບຕໍ່ຈັດຕັ້ງຜັນຂະຫຍາຍການປະຕິບັດກົນໄກນະໂຍບາຍກ່ຽວກັບເງິນຕາ
ແຮງວຽກງານໂຄສະນານະໂຍບາຍຂອງພັກ,ລັດ ກ່ຽວກັບພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ແລະ ການບໍລິການແລກປ່ຽນເງິນຕາຕ່າງປະເທດຂອງຂະແໜງທະນາຄານ - ảnh 1ກອງປະຊຸມສຳມະນານັກປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ຕອນບ່າຍວັນທີ 29 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ໄດ້ສົມທົບກັບທະນາຄານແຫ່ງລັດ ສາຂາ ນະຄອນໂຮ່ຈີມິນ ຈັດກອງປະຊຸມສຳມະນານັກປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບຄຳເຫັນກ່ຽວກັບບັນດາມາດຕະການດຶງດູດ ແລະ ເສີມຂະຫຍາຍປະສິດທິຜົນຂອງຈຳນວນເງິນຕາຕ່າງປະເທດ ໃນບໍລິເວນ.

        ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນດຶກເລັງ, ຮອງຜູ້ອຳນວຍການທະນາຄານແຫ່ງລັດ ສາຂາ ນະຄອນໂຮ່ຈີມິນ, ຖືວ່າຄວນສືບຕໍ່ຈັດຕັ້ງຜັນຂະຫຍາຍການປະຕິບັດກົນໄກນະໂຍບາຍກ່ຽວກັບເງິນຕາ, ການແລກປ່ຽນເງິນຕາຕ່າງປະເທດໃຫ້ເປັນຢ່າງດີ, ພິເສດແມ່ນນະໂຍບາຍກ່ຽວກັບການໂອນເງິນຕາຕ່າງປະເທດກັບຄືນປະເທດຕົນ ກໍ່ຄືການຈ່າຍບ້ວງເງິນຕາດັ່ງກ່າວຂອງທະນາຄານແຫ່ງລັດ ເພື່ອແນໃສ່ດຶງດູດຈຳນວນເງິນຕາຕ່າງປະເທດສົ່ງມາ ຫວຽດນາມ.

        ທ່ານ ປອ ຫງວຽນຈີ້ຮ້ຽວ, ຊາວ ຫວຽດນາມ ອາໄສຢູ່ ອາເມລິກາ, ນັກຊ່ຽວຊານດ້ານການເງິນ - ທະນາຄານ, ສະເໜີຄວນສືບຕໍ່ນະໂຍບາຍບໍ່ເກັບພາສີລາຍຮັບສຳລັບບັນດາບ້ວງເງິນຕາຕ່າງປະເທດ ຈາກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສົ່ງກັບມາ ຫວຽດນາມ; ເພີ່ມຄວາມໄວ້ເນື້ອເຊື່ອໃຈຂອງພໍ່ແມ່ປະຊາຊົນທີ່ສົ່ງມາ ດ້ວຍບັນດາກາລະໂອກາດລົງທຶນຢູ່ ນະຄອນ ໂຮ່ຈີມິນ:

        “ພວກເຮົາຕ້ອງຮັບປະກັນເສດຖະກິດມະຫາພາກເປັນປົກກະຕິໄດ້ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຈຶ່ງສົ່ງເງິນກັບມາ, ເຖິງວ່າຈະແມ່ນຈຸດປະສົງສ່ວນຕົວ, ການໃຊ້ຈ່າຍ, ດຳເນີນທຸລະກິດ ຫຼື ດຳເນີນທຸລະກິດດ້ານອະສັງຫະລິມະຊັບ. ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ຮູ້ວ່າ ຫວຽດນາມ ພວມປະສົມກັບຄວາມຫຍຸ້ງຍາກໃນໄຕມາດ 1/2023, ຍ້ອນເຫດນັ້ນ, ບັນດາມາດຕະການສຳລັບເງິນຕາຕ່າງປະເທດສົ່ງກັບຄືນມາ ຫວຽດນາມ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອງໄດ້ເພີ່ມທະວີ”.

ຕອບກັບ

ຂ່າວ/ບົດ​ອື່ນ