ໂກລົມເບຍ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ອາຊີ

ໂກລົມເບຍ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ອາຊີ - ảnh 1
ທ່ານປະທານາທິບໍດີ​ Juan Manuel Santos
(ພາບ: AFP)

 (vovworld) -ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ໂກ​ລົມ​ເບຍ ​ໂງ​ຕ໋ຽນຢຸງ ຫາ​ກໍ່​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຂຶ້ນ​ຕໍ່​ປະທານາທິບໍດີ​ປະ​ເທດ ສ ​​ໂກ​ລົມ​ເບຍ  Juan Manuel Santos. ທີ່​ການ​ຕ້ອນຮັບ, ປະທານາທິບໍດີ​ Juan Manuel Santos ສະ​ແດງ​ຄວາມ​ນັບຖື​ຕໍ່​ນຳ້​ໃຈ​ພິລະ​ອາດ​ຫານ, ດຸ​ໝັ່ນ​ຂະຫຍັນ​ພຽນ​ຂອງປະຊາຊົນ​ຫວຽດນາມ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ພາລະກິດ​ປ່ຽນ​ໃໝ່, ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ປະທານາທິບໍດີ​ Juan Manuel Santos ຢືນຢັນ​ວ່າ ​ໂກ​ລົມ​ເບຍ ຖື​ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ອາຊີ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ປາຖະໜາ​ຢາກ​ພັທະ​ນາ​ການ​ພົວພັນ​ຫຼາຍ​ດ້ານ​ກັບ​ຫວຽດນາມ. ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ​ ​ໂງ​ຕ໋ຽນຢຸງ ກໍ່​ ​ສະ​ແດງ​ຄວາມປາຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ທຸກ​ດ້ານ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ​ກວ່າ​ອີກ. ທ່ານ​ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ, ພິ​ເສດ​ແມ່ນ​ໃນ​ປີ 2014, ​ແມ່ນ​ປີ​ທີ່​ສອງ​ປະ​ເທດສະ​ເຫຼີ​ມສະຫຼອງ 35 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ນຳ​ກັນ.

ຂ່າວ/ບົດ​ອື່ນ