ໂກ​ລົມ​ເບຍ ເລີ່ມ​ຕົ້ນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທາ​ບໍ​ດີ

(VOVWORLD) -ການຢັ່ງຫາງສຽງຄັ້ງຕ່າງໆກ່ອນເລີ່ມດຳເນີນການເລືອກຕັ້ງໄດ້ສະແດງໃຫ້ເຫັນວ່າ ທ່ານ Gustavo Petro, ມີອາຍຸ 62 ປິ, ຜູ້ຕາງໜ້າສຳພັນທະມິດຝ່າຍຊ້າຍ pacto Historico, ພວມມີທ່າໄດ້ປຽບຊົ່ວຄາວ ດ້ວຍອັດຕາສະໜັບສະໜູນເກືອບ 40%.
ໂກ​ລົມ​ເບຍ ເລີ່ມ​ຕົ້ນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທາ​ບໍ​ດີ - ảnh 1ສະຖານທີ່ແຫ່ງໜຶ່ງຈັດຕັ້ງ ການເລືອກຕັ້ງປະທານາທິບໍດີ ໂກລົມເບຍ ຄົນໃໝ່ (ພາບ: AFP/TTXVN)

ຕອນຄ່ຳວັນທີ 29 ພຶດສະພາ, ບັນດາສະຖານທີ່ບ່ອນບັດເລືອກຕັ້ງ ໃນທົ່ວປະເທດ ໂກລົມເບຍ ໄດ້ເປີດປະຕູ, ເລີ່ມຕົ້ນຮອບທີ 1 ຂອງການເລືອກຕັ້ງປະທານາທິບໍດີ ປະເທດນີ້. ມີຜູ້ມີສິດເລືອກຕັ້ງປະມານ 39 ລ້ານຄົນ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງຮອບທີ 1 ເພື່ອເລືອກຕັ້ງ ປະທານາທິບໍດີ ຄົນໃໝ່ ໃນອາຍຸການ 2022 – 2026.

        ການຢັ່ງຫາງສຽງຄັ້ງຕ່າງໆກ່ອນເລີ່ມດຳເນີນການເລືອກຕັ້ງໄດ້ສະແດງໃຫ້ເຫັນວ່າ ທ່ານ Gustavo Petro, ມີອາຍຸ 62 ປິ, ຜູ້ຕາງໜ້າສຳພັນທະມິດຝ່າຍຊ້າຍ pacto Historico, ພວມມີທ່າໄດ້ປຽບຊົ່ວຄາວ ດ້ວຍອັດຕາສະໜັບສະໜູນເກືອບ 40%. ຖັດຈາກທ່ານ Gustavo Petro ແມ່ນຜູ້ສະໝັກເລືອກຕັ້ງ ຝ່າຍກາງ Federico Gutierrez, ອາຍຸ 47 ປີ, ດ້ວຍອັດຕາສະໜັບສະໜູນເກືອບ 30%. ຄາດວ່າ ບໍ່ມີໃຜໃນຈຳນວນ ຜູ້ສະໝັກເລືອກຕັ້ງ 7 ທ່ານ ມີຄວາມສາມາດຍາດໄດ້ໄຊຊະນະທັນທີໃນຮອບເລືອກຕັ້ງທີ 1 ແລະ ມີຄວາມເປັນໄປໄດ້ສູງວ່າ ຜູ້ສະໝັກເລືອກຕັ້ງສອງທ່ານ ດັ່ງກ່າວ ຈະສືບຕໍ່ສູ້ຢັນກັນຢູ່ຮອບທີ 2 ເຊິ່ງແມ່ນຮອບທີ່ມີລັກສະນະຕັດສິນທີ່ຈະດຳເນີນຫຼັງຈາກນັ້ນ 2 ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ