ໂຄງການ EU-MUTRAP ຊ່ວຍຫວຽດນາມເຊື່ອງໂຍງຢ່າງເລິກເຊິ່ງເຂົ້າກັບການຄ້າທົ່ວໂລກ

(VOVWORLD) -ຕອນບ່າຍວັນທີ 12 ທັນວາ ຢູ່ ຮ່າໂນ້ຍ, ໂຄງການຫນູນຊ່ວຍນະໂຍບາຍດ້ານການຄ້າ ແລະ ການລົງທຶນ ຂອງເອີລົບ (EU-MUTRAP) ຈັດຕັ້ງພິທີສະຫລຸບໂຄງການ ໂດຍມີການເຂົ້າຮ່ວມຂອງທ່ານ ຮ່ວາງກວັກເວື້ອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາທ່ານເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າສະຫະພາບເອີລົບ ປະຈຳຫວຽດນາມ ພ້ອມກັບຜູ້ຕາງຫນ້າບັນດາອົງການຄູ່ຮ່ວມມື, ບັນດາຫົວຫນ່ວຍປະຕິບັດບັນດາໂຄງການຂະຫນາດນ້ອຍ.
ໂຄງການ EU-MUTRAP ຊ່ວຍຫວຽດນາມເຊື່ອງໂຍງຢ່າງເລິກເຊິ່ງເຂົ້າກັບການຄ້າທົ່ວໂລກ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະຫລຸບໂຄງການ

ໂຄງການດັ່ງກ່າວ ໄດ້ເລີ່ມເຄື່ອນໄຫວນັບແຕ່ທ້າຍປີ 2012 ໂດຍ ສະຫະພາບເອີລົບ ອຸປະຖຳ ແລະ ກະຊວງອຸດສາຫະກຳ ການຄ້າ ຮັບຜິດຊອບການປະຕິບັດ. ພາຍຫລັງ 5 ປີແຫ່ງການເຄື່ອນໄຫວ, ຜ່ານ 6 ໂຄງການຂະຫນາດນ້ອຍ ໃນຂອບເຂດໂຄງການ EU-MUTRAP ໄດ້ຊ່ວຍໃຫ້ບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ ໃນຂົງເຂດສິລະປະຫັດຖະກຳ ສ້າງເຄື່ອງໝາຍການຄ້າ ແລະ ການອອກແບບຍືນຍົງ, ຍົກສູງປະສິດທິຜົນການດຳເນີນທຸລະກິດຂອງວິສາຫະກິດ. ຕາມການຕີລາຄາຂອງທ່ານ ເຈີນກວັກແຄງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ, ຫົວຫນ້າຄະນະນັກເຈລະຈາຂອງລັດຖະບານ ກ່ຽວກັບເສດຖະກິດ ການຄ້າສາກົນ ແລ້ວ, ຍ້ອນມີການຫນູນຊ່ວຍຂອງ EU-MUTRAP, ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ໄດ້ສຳຜັດກັບຂໍ້ມູນຂ່າວສານຕະຫລາດ, ບັນດາຄວາມຮູ້ກ່ຽວກັບຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານສຳລັບໝາກໄມ້, ຜັກ, ສິນທະເລ ແລະ ນ້ຳເຜິ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ