ໂຄງ​ການ​ກໍ່​ສ້າງ​ລານ​ບິນ​ສະ​ໜາມ​ບິນ​ສາ​ກົນ​ໂນ້ຍ​ບາຍ ແລະ ເຕິນ​ເຊີນ​ເຍິດ​ເຂົ້າ​ການ​ເຄື່ອນ​ໄຫວ​ກ່ອນ​ວັນ​ທີ 31 ທັນ​ວາ 2020

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ຫາກໍ່ໃຫ້ຄຳຊີ້ນຳກະຊວງຄົມມະນາຄົມ ຂົນສົ່ງສອງຄົງການບູລະນະ, ຍົກລະດັບລານບິນ ຢູ່ທ່າອາກາດສະຍານ ສາກົນ ໂນ້ຍບາຍ ແລະ ເຕິນເຊີນເຍິດ.
ໂຄງ​ການ​ກໍ່​ສ້າງ​ລານ​ບິນ​ສະ​ໜາມ​ບິນ​ສາ​ກົນ​ໂນ້ຍ​ບາຍ ແລະ ເຕິນ​ເຊີນ​ເຍິດ​ເຂົ້າ​ການ​ເຄື່ອນ​ໄຫວ​ກ່ອນ​ວັນ​ທີ 31 ທັນ​ວາ 2020 - ảnh 1ກຳມະກອນບູລະນະລານບິນສະໜາມບິນສາກົນ ໂນ້ຍບາຍ (ພາບ: TTXVN) 

ປັດຈຸບັນ, ເຕິນເຊີນເຍິດ ແລະ ໂນ້ຍບາຍແມ່ນສອງທ່າອາກາດສະຍານ ໃຫຍ່ທີ່ສຸດໃນທົ່ວປະເທດ ແລະ ມີບົດບາດສຳຄັນໃນການພັດທະນາເສດຖະກິດ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງ ປະເທດຊາດ.

    ເພື່ອໂຄງການສຳເລັດຕາມກຳນົດ, ຮັບປະກັນຄຸນນະພາບ, ມີຄວາມປອດໄພໃນການເຄື່ອນໄຫວ ແລະ ກໍ່ສ້າງຢ່າງເດັດຂາດ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງໄດ້ຮຽກຮ້ອງໃຫ້ກະຊວງຄົມມະນາຄົມແລະຂົນສົ່ງຊື້ນຳບັນດາໜ່ວຍງານທີ່ກ່ຽວຂ້ອງ ຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ມີຄວາມປອດໄພຢ່າງເດັດຂາດ, ບໍ່ສົ່ງຜົນກະທົບຕໍ່ການເຄື່ອນໄຫວການບິນໃນໄລຍະດຳເນີນການກໍ່ສ້າງ, ຮັບປະກັນຄວາມຄືບໜ້າສຳເລັດໄລຍະທີ 1, ນຳເຂົ້າການເຄື່ອນໄຫວທັງສອງໂຄງການກ່ອນວັນທີ 31 ທັນວາ 2020 ເພື່ອຮັບໃຊ້ບຸນເຕັດ 2021.   

ຕອບກັບ

ຂ່າວ/ບົດ​ອື່ນ