ໂຄງການແກ້ໄຂ ສິ່ງແວດລ້ອມຖືກມົນລະພິດ ດີໂອຊີນຢູ່ສະຫນາມບິນດາຫນັງ

ໂຄງການແກ້ໄຂ ສິ່ງແວດລ້ອມຖືກມົນລະພິດ ດີໂອຊີນຢູ່ສະຫນາມບິນດາຫນັງ - ảnh 1
ປະທານ​ສະພາ​ສູງ ອາ​ເມ​ລິ​ກາ ແລະ ທ່ານພົນ​ໂທ ຫງວຽນ​ຈີ​ຫວີ້​ງ ເຂົ້າຮ່ວມພິທີນຳລະບົບໃຊ້ພະລັງຄວາມຮ້ອນໂຄງການແກ້ໄຂ
ສິ່ງແວດລ້ອມຖືກມົນລະພິດເຂົ້າເຄື່ອນໄຫວ


(vovworld)-​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ຕອນ​ເຊົ້າ​ວັນ​ທີ 19/4, ປະທານ​ສະພາ​ສູງ ອາ​ເມ​ລິ​ກາ Patrich Leahy ​ແລະ ພົນ​ໂທ ຫງວຽນ​ຈີ​ຫວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ພ້ອມ​ກັນ​ເຂົ້າ​ຮ່ວມ​ພິທີ​ເລີ່​ມນຳ​ລະບົບ​​ໃຊ້​ພະລັງ​ຄວາມ​ຮ້ອນ​ຂອງ​ໂຄງການ​ແກ້​ໄຂ​ສິ່ງ​ແວດ​ລ້ອມ​ຖື​ກມົນ​ລະ​ພິດ​ດີ​ໂອ​ຊີ​ນຢູ່​ສະຫນາມ​ບິນ ດາ​ຫນັງເຂົ້າເຄື່ອນໄຫວ. ນີ້​ແມ່ນ​ໂຄງການ​ໂດຍ​ລັດຖະບານ​ອາ​ເມ​ລິ​ກາ ຊ່ວຍ​ເຫລືອ​ດ້ວຍ​ຍອດ​ລາຍ​ຈ່າຍ​ກວ່າ 84 ລ້ານ USD.  ພົນ​ໂທ ຫງວຽນ​ຈີ​ຫວີ້​ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ຢືນຢັນ​ວ່າ:

“ກິດຈະກຳ​ນີ້​ມີ​ຄວາມ​ໝາຍ​ພິ​ເສດ. ຂ້າພະ​ເຈົ້າ​ຄິດ​ວ່າ ຜົນສຳ​ເລັດ​ຂອງ​ກິດຈະກຳ​ນີ້ ບໍ່ພຽງ​ແຕ່​ແກ້​ໄຂ​ບັນດາ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງຄາມ​ເທົ່າ​ນັ້ນ ຫາກ​ເປ​ີດຊ່ອງ​ທາງ​ເຖິງ​ອະນາຄົດ​ແຫ່ງ​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ