ໂຄສົກກະຊວງການຕ່າງ ປະເທດຫວຽດນາມ ຊີ້ແຈ້ງເຖິງເລື່ອງ ຮັບຮອງເອົາຮ່າງກົດໝາຍ ສິດທິມະນຸດ

ໂຄສົກກະຊວງການຕ່າງ ປະເທດຫວຽດນາມ ຊີ້ແຈ້ງເຖິງເລື່ອງ ຮັບຮອງເອົາຮ່າງກົດໝາຍ ສິດທິມະນຸດ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi)

(vovworld) -     ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ວັນ​ທີ 11/9, ສະພາ​ຕໍ່​າອາ​ເມ​ລິ​ກາ​ໄດ້​ຮັບຮອງ​ເອົາຮ່າງ​ກົດໝາຍ​ວ່າ​ດ້ວຍສິດທິ​ມະນຸດ​ຫວຽດນາມ 2012 H.R.1410 ​ແລະ ມະຕິ H.Res.484 “ຮຽກຮ້ອງລັດຖະບານ​ຫວຽດນາມ​ເຄົາລົບ​ສິດທິ​ມະນຸດ”, ວັນ​ທີ 13/9, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi ຊີ້​ແຈ້ງວ່າ.

        “ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດຫວຽດນາມ​ແມ່ນ​ເຄົາລົບ, ປົກ​ປ້ອງ ​ແລະ ຊຸກຍູ້​ສິດ​ທິ​ມະນຸດ. ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ສຳຄັນ​ໃນ​ເລື່ອງ​ຮັບປະກັນ​ສິດທິ​ມະນຸດ​ໃນ​ທຸກ​ຂົງ​ເຂດ​ພົນລະ​ເມືອງ, ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ ​ເຊິ່ງປະຊາ​ຄົມ​ໂລກ​ຮັບຮູ້. ສິດທິ​ມະນຸດ​​ໄດ້​ຮັບການ​ເສີ​ມຂະຫຍາຍ ​ແລະ ມີການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ປະຊາຊົນ​ໃນທຸກ​ດ້ານ​ຂອງຊີວິດ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ ​ແມ່ນ​ປັດ​ໃຈ​ສຳຄັນ​ຂອງ​ວິວັດ​ການ​​ປ່ຽນ​​ແປງໃໝ່​ຢ່າງ​ສຳ​ເລັດຜົນຢູ່​ຫວຽດນາມ.

        ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ມີ​ບັນດາ​ບາດກ້າວ​ຕັ້ງໜ້າ​ໃນ​ໄລຍະ​ຜ່ານ​ມາ. ສອງ​ປະ​ເທດ​ໄດ້​ແລກປ່ຽນ​ເປັນ​ປະຈຳກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​, ​ໃນ​ນັ້ນ​ມີ​ບັນຫາ​ສິດທິ​ມະນຸ​ດ, ບົນ​ພື້ນຖານ​ກົງ​ໄປ​ກົງ​ມາ, ສ້າງສັນ ​ແລະ ​ເຄົາລົບ​ເຊິ່ງກັນ ​ແລະ ກັນ. ນີ້​ແມ່ນ​ວິ​ທີ່​ດີ​ທີ່​ສຸດ​ເພື່ອ​ເພີ​່ມທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຮັດແຄບ​ຄວາມ​ແຕກ​ຕ່າງ​ກັນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ສືບ​ຕໍ່ພັດທະນາ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ປະ​ເທດ.

        ຮ່າງ​ກົດໝາຍ H.R.1410 ​ແລະ ມະຕິ H.Res.484 ອີ່ງ​ໃສ່​ຂໍ້​ມູນ​ທີ່​ຜິດ​ເຂ​ວ, ບໍ່​ພາວະ​ວິ​ໄສ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ສິດທິ​ມະນຸດ​ຢູ່​ຫວຽດນາມ. ​ເລື່ອງ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ ​ແລະ ມະຕິ​ດັ່ງກ່າວ​ແມ່ນ​ຜິດ​ພາດ, ບໍ່​ສອດ​ຄ່ອງ​ກັບ​ທ່າ​ອ່ຽງພັດທະນາ​ຂອງ​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ”.

ຂ່າວ/ບົດ​ອື່ນ