ໂຄສົກກະຊວງການຕ່າງປະເທດໄທ: ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ຫວຽດນາມ ສວມບົດບາດສຳຄັນ, ແມ່ນສະມາຊິກສຳຄັນ ແລະ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນໃນ APEC.
ໂຄສົກກະຊວງການຕ່າງປະເທດໄທ: ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ảnh 1 ໂຄສົກກະຊວງການຕ່າງປະເທດ ໄທ ທ່ານ ທານີ ແສງຣັດ
(ພາບ: TTXVN)

        ໂຄສົກກະຊວງການຕ່າງປະເທດ ໄທ ທ່ານ ທານີ ແສງຣັດ ໄດ້ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ໃນວັນທີ 14 ພະຈິກ, ກ່ອນການເດີນທາງໄປຢ້ຽມຢາມ ໄທ ແລະ ເຂົ້າຮ່ວມສັບປະດາສຸດຍອດ APEC 2022 ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.

        ທ່ານ ທານີ ແສງຣັດ ຖືວ່າ, ກ່ຽວກັບທາງດ້ານເສດຖະກິດ, ການເມືອງ, ຍຸດທະສາດ, ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຄ້າສຳຄັນຂອງ ໄທ, ຂອງ ອາຊີຕາເວັນອອກສ່ຽງໃຕ້ ທະວີບເທົ່ານັ້ນ ຫາກຢູ່ພາກພື້ກ ອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ. ເບິ່ງລວມແລ້ວ, ຫວຽດນາມ ສວມບົດບາດສຳຄັນ, ແມ່ນສະມາຊິກສຳຄັນ ແລະ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນໃນ APEC.

ຕອບກັບ

ຂ່າວ/ບົດ​ອື່ນ