ໂຄສົກການຕ່າງປະເທດຫວຽດນາມ ຕອບຫລາຍຄຳຖາມໂດຍນັກຂ່າວ ແລະຫາງສຽງມີຄວາມສົນໃຈ

(VOVWORLD) -ຫວຽດນາມຊົມເຊີຍ ຫລັກໝັ້ນຂອງບັນດາປະເທດກ່ຽວກັບບັນຫາທະເລຕາເວັນອອກ ແມ່ນສອດຄ່ອງກັບກົດໝາຍສາກົນ. 

ຕອນບ່າຍວັນທີ 1 ຕຸລາ ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບຫລາຍຄຳຖາມໂດຍ ນັກຂ່າວ ແລະ ຫາງສຽງມີຄວາມສົນໃຈ.

ເມື່ອຕອບຄຳຖາມຂອງນັກຂ່າວສະເຫນີໃຫ້ຮູ້ ທັດສະນະຂອງຫວຽດນາມສຳລັບ ຈົດໝາຍທາງການກ່ຽວຂ້ອງເຖິງທະເລຕາເວັນອອກ ຊື່ງ ຄະນະຜູ້ແທນ ອັງກິດ, ຝລັ່ງ ແລະ ເຢຍລະມັນຍົກອອກມາໃນວັນທີ 16 ກັນຍາ ປີ 2020 ຜ່ານມາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: ຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງທະເລຕາເວັນອອກໄດ້ສະແດງອອກໃນຫລາຍໂອກາດແຕກຕ່າງກັນ. 

ໂຄສົກການຕ່າງປະເທດຫວຽດນາມ ຕອບຫລາຍຄຳຖາມໂດຍນັກຂ່າວ ແລະຫາງສຽງມີຄວາມສົນໃຈ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)

ຫວຽດນາມຊົມເຊີຍ ຫລັກໝັ້ນຂອງບັນດາປະເທດກ່ຽວກັບບັນຫາທະເລຕາເວັນອອກ ແມ່ນສອດຄ່ອງກັບກົດໝາຍສາກົນ ແລະແບ່ງປັນທັດສະນະຄືໄດ້ຍົກອອກໃນຖະແຫລງການເນື່ອງໃນໂອກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຜ່ານມາ ແລະ ແຈ້ງການຮ່ວມຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 35 ໂດຍຖືວ່າ: ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແມ່ນກອບກົດໝາຍດັດປັບທຸກການເຄື່ອນໄຫວຢູ່ທະເລ, ມະຫາສະມຸດ.

ຕໍ່ໜ້າຂໍ້ມູນຂ່າວທີ່ວ່າ ສິງກະໂປ ຍົກເລີກຄຳສັ່ງປິດປະຕູຊາຍແດນສຳລັບຜູ້ໂດຍສານມາຈາກ ຫວຽດນາມ ພຽງລຳພັງຝ່າຍດຽວ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ນັບແຕ່ວັນທີ 8 ຕຸລາ 2020, ເພື່ອເຂົ້າເມືອງ ສິງກະໂປ ໄດ້, ໃນເວລາແຕ່ 7 ຫາ 30 ວັນ ກ່ອນທີ່ຈະເຂົ້າເມືອງ ສິງກະໂປ, ຜູ້ໂດຍສານທີ່ມາຈາກ ຫວຽດນາມ ຕ້ອງຍື່ນໃບຄຳຮ້ອງຜ່ານທາງອິນເຕີແນັດ ເພື່ອໄດ້ຮັບການຮັບຮອງ. ພາຍຫຼັງເຂົ້າເມືອງ, ຜູ້ໂດຍສານຕ້ອງປະຕິບັດກາກວດວິໄຈຫາເຊື້ອພະຍາດໂຄວິດ - 19 ແລະ ຕິດຕັ້ງໂປແກຼມຄົ້ນຫາປະຫວັດການສຳຜັດໃນໂທລະສັບມືຖື.

ກ່ຽວຂ້ອງເຖິງເລື່ອງ ທ່ານນາຍົກລັດຖະມົນຕີຄົນໃໝ່ຂອງ ຍີ່ປຸ່ນ ອາດຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນເດືອນຕຸລານີ້, ທ່ານນາງໃຫ້ຮູ້ວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງດີງາມ ແລະ ພວກຂ້າພະເຈົ້າຊົມເຊີຍຕໍ່ການຢ້ຽມຢາມດັ່ງກ່າວ ຂອງທ່ານ Suga Yoshihide.

ຕອບກັບ

ຂ່າວ/ບົດ​ອື່ນ