ໂຄສະນາການທ່ອງທ່ຽວດ່າໜັງຢູ່ອົດສະຕາລີ

ໂຄສະນາການທ່ອງທ່ຽວດ່າໜັງຢູ່ອົດສະຕາລີ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 18/12, ທີ່​ສະ​ໂມ​ສອນກ່ຳປ່ັນທ່ອງ​ທ່ຽວ ອົດສະ​ຕາ​ລີ ຢູ່​ນະຄອນ Sydney ​ໄດ້ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ, ​ໂຄສະນາ​ ການທ່ອງທ່ຽວ ດ່າ​ໜັງ ດ້ວຍ​ຫົວ​ຂໍ້​ວ່າ “ ດ່າ​ໜັງ - ຈຸດຄົ້ນ​ຫາ​ໃໝ່​ຂອງ ອາຊີ ”. ນີ້​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາທຳ​ອິດ ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ໜັງ ຈັດ​ຕັ້ງ ​ເນື່ອງ​​ໃນ​ໂອກາດກ່ຳ​ປ່ັນ ດ່າ​ໜັງ - ຫວຽດນາມ ພວມ​ເຂົ້າ​ຮ່ວມ​ການ​ຊ່ວງ​ເຮືອ​ໃບ Clipper ອ້ອມ​ໂລກ ​ເຂົ້າທຽບທ່າ​ກ່ຳ​ປັ່ນ Sydney ​ແຕ່​ວັນ​ທີ 12 – 26/12. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ ​ເລືອ​ງ​ແທງ​ງີ້ ຢືນຢັນ​ວ່າ: ດ່າ​ໜັງ ພວມ​ນັບ​ມື້​ນັບ​ກາຍ​ເປັນຈຸດ​ນັດ​ພົບ​ທີ່​ດູດ​ດຶ່ມ​ໃຫ້​ນັກ​ທ່ອງ​ທ່ຽວ ອົດ​ສະ​ຕາ​ລີ, ພ້ອມ​ທັງ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ ພ້ອມ​ກັບເຫດການ​ແວ່​ຢ້ຽມຢາມບັນດາ​ທ່າ​ກ່ຳ​ປັ່ນ​ຢູ່ ອົດ​ສະ​ຕາ​ລີ ຂອງ​ກ່ຳ​ປັ່ນ ດ່າ​ໜັງ - ຫວຽກນາມ ກໍ​ຄື​ບັນດາ​ກ່ຳ​ປ່ັນ​ເຂົ້າ​ຮ່ວມ​ໃນ​ການ​ຊ່ວງ​ເຮືອ​ໃບ Clipper 2015 – 2016 ຈະ​ມີ​ຊາວ ອົດ​ສະ​ຕາ​ລີ ຕື່ມ​ອີກຫລາຍ​ຄົນຮູ້ຈັກກ່ຽວ​ກັບ ດ່າ​ໜັງ ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ