ໂຄສະນາການທ່ອງທ່ຽວຫວຽດນາມຢູ່ນອກແວ

ໂຄສະນາການທ່ອງທ່ຽວຫວຽດນາມຢູ່ນອກແວ - ảnh 1
ທ່ານ​ນາງ ເລ​ທິ​ຕວຽດ​ມາຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ນອກ​ແວ ແນະ​ນ​ຳ​ກ່ຽວ​ກັບ​ປະ​ເທດ​ຊາດ, ວັດ​ທະ​ນະ​ທຳ ແລະ ສະ​ຖານ​ທີ່​ທ່ອງ​ທ່ຽວ​​ພົ້ນ​ເດັ່ນບາງແຫ່ງ​ຂອງ ຫວຽດ​ນາມ
(ພາບ: ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ນອກ​ແວ​ສະ​ໜອງ)

(vovworld) – ​ໄລ​ຍະ​ຜ່ານ​ມາ, ຢູ່​ນະ​ຄອນຫຼວງ Oslo, ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ນອກ​ແວ ສົມ​ທົບ​ກັບ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ບາງ​ແຫ່ງ​ຂອງ 2 ປະ​ເທດ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສົ່​ງ​ເສີມ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຢູ່​ບັນ​ດາ​ຕ​ະຫຼາດ ເອີ​ລົບ​ເໜືອ​ນີ້. ນີ້​ແມ່ນ​ໜ​ຶ່ງ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ສະ​ຖານ​ທູດ ຫວຽດ​ນາມ ເພື່ອ​ແນ​ໃສ່​ເພີ່ມ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ ນອກ​ແວ ມາ​ຢ້​ຽມ​ຢາມ ຫວຽດ​ນາມ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ນະ​ທີ່ນີ້, ທ່ານ​ນາງ ເລ​ທິ​ຕວຽດ​ມາຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ນອກ​ແວ ແນະ​ນ​ຳ​ກ່ຽວ​ກັບ​ປະ​ເທດ​ຊາດ, ວັດ​ທະ​ນະ​ທຳ ແລະ ສະ​ຖານ​ທີ່​ທ່ອງ​ທ່ຽວ​​ພົ້ນ​ເດັ່ນບາງແຫ່ງ​ຂອງ ຫວຽດ​ນາມ, ໃນ​ນັ້ນ​ພິ​ເສດ​ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາມ​ໍ​ລະ​ດົກ​ທຳ​ມະ​ຊ​າດ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ໂລກ​ຢູ່ ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ສ​ປ​ຊ (UNESCO). ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ທິ​ຕວຽດ​ມາຍ ສະ​ແດງ​ຄວາມ​ຫວັງ​ວ່າ: ນັບ​ມື້​ນັບ​ມີ​ແຂກ​ທ່ອງ​ທ່ຽວ ນອກ​ແວ ຫຼາຍ​ຄົນ ມາ​ຢ້ຽມ​ຢາມ ແລະ ຄົ້ນ​ຫາ​​ປະ​ເທດ​ຊາດ, ວັດ​ທະ​ນະ​ທຳ ຫວຽດ​ນາມ, ປະ​ກອບ​ສ່ວ​ນ​ພັດ​ທະ​ນາ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ​ການຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ບັນ​ດາ​ຜູ້​ແທນ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວກໍ່​ໄດ້​ຮັບ​ຟັງ​ແນະ​ນຳ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ດ້ານອາ​ຫານ​ການ​ກິນ ແລະ ໄດ້​​ຊີມ​ອາ​ຫານ​​ພື້ນ​ເມືອງ​ຂອງ ຫວຽດ​ນາມ, ທີ່​ເຄີຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ່າ​ແຮງ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ຜູ້​ຕາງ​ໜ້າ​ບາງ​ບໍ​ລິ​ສັດ​ທ່ອງ​ທ່ຽວ ນອກ​ແວ ຕີ​ລາ​ຄາ​ວ່າ: ຫວຽດ​ນາມ ພວມ​ພົ້ນ​ເດັ່ນ​ຂຶ້ນ​ຄື​ດັ່ງ​ຈຸດ​ນັດ​ພົບ​ໃໝ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ.

 

 



ຂ່າວ/ບົດ​ອື່ນ