ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ແຂວງ ລາຍ​ເຈົາ

(VOVWORLD) -ພາຍຫຼັງດຳເນີນການເຄື່ອນໄຫວທີ່ເປັນເອກະລັກຕ່າງໆໃນເວລາ 4 ວັນ, ວັນທີ 17 ເມສາ, ສັບປະດາທ່ອງທ່ຽວ - ວັດທະນະທຳ ແຂວງ ລາຍເຈົາ ປີ 2022 ກໍຖືກອັດລົງ.
ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ແຂວງ ລາຍ​ເຈົາ - ảnh 1ພິທີອັດສັບປະດາທ່ອງທ່ຽວ - ວັດທະນະທຳ ແຂວງ ລາຍເຈົາ ປີ 2022

ເຫດການດັ່ງກ່າວໄດ້ປະກອບສ່ວນໂຄສະນາເຜີຍແຜ່ ຄວາມສາມາດບົ່ມຊ້ອນຢ່າງແຂງແຮງໃນຂະແໜງການທ່ອງທ່ຽວຂອງແຂວງ ລາຍເຈົາ ສູ່ເພື່ອນມິດພາຍໃນປະເທດ ແລະ ສາກົນ, ຢັ້ງຢືນອິດທິພົນຊື່ສຽງ, ພາບພົດ ແລະ ເຄື່ອງໝາຍການຄ້າຂອງການທ່ອງທ່ຽວ ລາຍເຈົາ ໃນແຜນທີ່ທ່ອງທ່ຽວ ຫວຽດນາມ ເທື່ອລະກ້າວ.

    ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນແຂວງ ລາຍເຈົາໄດ້ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນເກືອບ 100 ທ່ານ ທີ່ມີຜົນງານໃນການຜັນຂະຫຍາຍຈັດຕັ້ງການເຄື່ອນໄຫວໃນສັບປະດາທ່ອງທ່ຽວ, ວັດທະນະທຳ ລາຍເຈົາ ປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ