ໂຄສະນາບັນດາຄຸນຄ່າດ້ານວັນນະຄະດີຫວຽດນາມໃຫ້ເພື່ອນມິດສາກົນ

    ໂຄສະນາບັນດາຄຸນຄ່າດ້ານວັນນະຄະດີຫວຽດນາມໃຫ້ເພື່ອນມິດສາກົນ    - ảnh 1
ກອງປະ​ຊຸມ​ສຳ​ມະ​ນາ “ ກາບກອນ​ຫວຽດ​ນາມ - ແຫ່ງ​ເຕົ້າ​ໂຮມ​ຈິດ​ວິນ​ຍານ​ຫວຽດ​ນາມ” ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຮ​່າ​ໂນ້ຍ

(vovworld)- ໃນ​ຂອບ​ເຂດ “ວັນ​ກາບກອນ​ຫວຽດ​ນາມ 2015 ”, ຕອນ​ເຊົ້າ​ວັນ​ທີ 3/3, ກອງປະ​ຊຸມ​ສຳ​ມະ​ນາ “ ກາບກອນ​ຫວຽດ​ນາມ - ແຫ່ງ​ເຕົ້າ​ໂຮມ​ຈິດ​ວິນ​ຍານ​ຫວຽດ​ນາມ” ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຮ​່າ​ໂນ້ຍ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ກະ​ວີ​ຢູ່​ພາຍ​ໃນ​ປະ​ເທດ ແລະ ຜູ້​ແທນ​ສາ​ກົນ 150 ຄົນ ຊຶ່ງ​ເປັນບັນ​ດາ​ນັກ​ກະ​ວີ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ, ນັກ​ແປ​ພາ​ສາ, ບັນ​ດາ​ສາດ​ສະ​ດາ​ຈາ​ນທີ່​ມາ​ຈາກ​ເກືອບ 40 ປະ​ເທດ​ໃນ​ໂລກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ນັກ​ກະ​ວີ ເຈີນ​ຍ້ວນ​ມິນ ສັງ​ກັດ​ຄະ​ນະ​ຈັດ​ຕັ້ງ ໃຫ້​ຮູ້ວ​າ :

“ ວັນ​ນະ​ຄະ​ດີ​ຫວຽດ​ນາມ​ດ້ວຍ​ບັນ​ດາ​ຜົນ​ງານ​ທີ່​ດີ​ເດັ່ນ​ທີ່​ສຸດ, ໃນ​ນັ້ນ​ມີ​ບັນ​ດາ​ຜົນ​ງານ​ທີ່​ອາດ​ເວົ້າ​ໄດ້​ວ່າ ທຽບ​ເທົ່າ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່​ໃນ​ໂລກ, ແຕ່​ຍັງ​ບໍ່​ທັນ​ຖືກ​ໂລກ​ຮູ້​ຈັກ​ເຖິງ. ເພາະ​ສະ​ນັ້ນ, ການ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມເຊັ່ນ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ຊ່ວຍ​ບັນ​ດາ​ນັກ​ກະ​ວີ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ, ນັກ​ແປ​ພາ​ສາ, ບັນ​ດາ​ສາດ​ສະ​ດາ​ຈາ​ນ​ຄົ້ນ​ຄ້ວ​າ​ໃນ​ໂລກ ເລີ່ມ​ເອົາ​ໃຈ​ໃສ່ເຖິງວັນ​ນະ​ຄະ​ດີ​ຫວຽດ​ນາມຫຼາຍ​ກ່​ວາ, ຄົບ​ຖ້ວນ​ກ່​ວາ ແລະ ເຫັນ​ໄດ້​ເຖິງ​ການ​ປະ​ກອບ​ສ່ວນ​ຂອງ​ມັນ​ໃຫ້​ແກ່​ວັນ​ນະ​ຄະ​ດີ​ໂລກ ”

 

ຂ່າວ/ບົດ​ອື່ນ