ໂຄສະນາວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ຢູ່ ອົດສະຕາລີ

(VOVWORLD) - ວັນທີ 12 ມິຖຸນາ, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ຈັດຕັ້ງການພົບປະ “ເຫດການ ຫວຽດນາມ” ປະຈຳປີ ເພື່ອໂຄສະນາວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໃຫ້ແມ່ຍິງບັນດາປະເທດ ແລະ ເພີ່ມທະວີການພົວພັນແລກປ່ຽນລະຫວ່າງແມ່ຍິງ ຫວຽດນາມ ກັບເພື່ອນມິດສາກົນຢູ່ ອົດສະຕາລີ. 

ນີ້ເປັນຄັ້ງທີ 2  ທີ່“ເຫດການ ຫວຽດນາມ” ໄດ້ຈັດຕັ້ງໃນຂອບເຂດສະຫະສະມາຄົມພັນລະຍາ/ສາມີຜູ້ນຳໜ້າບັນດາຄະນະທຸຕານຸທູດ (ASHOM) ຢູ່ນະຄອນຫລວງ Canberra ຂອງ ອົດສະຕາລີ ດ້ວຍການເຂົ້າຮ່ວມຢ່າງຫລວງຫລາຍຂອງບັນດາພັນລະຍາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າພະນັກງານການທູດຍິງຈາກ 40 ປະເທດ.

ໂຄສະນາວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ຢູ່ ອົດສະຕາລີ - ảnh 1 ການພົບປະ “ເຫດການ ຫວຽດນາມ” ປະຈຳປີ (ພາບ: TTXVN)

        ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ຫງວຽນທິແທັງຖູ໋ຍ ພັນລະຍາ ທ່ານ ໂງເຮື໊ອງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ແບ່ງປັນວ່າ: ນີ້ແມ່ນເຫດການທີ່ມີຄວາມໝາຍທີ່ສຸດໃນການຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ ຫວຽດນາມ ແລະ ບັດນາປະເທດໃນໂລກ.

        ທີ່ການພົບປະ, ບັນດາແຂກຖືກເຊີນໄດ້ເບິ່ງເທບຄິຣບແນະນຳກ່ຽວກັບທັດສະນີສະພາບທີ່ມີຊື່ສຽງບາງແຫ່ງ ກໍ່ຄືວິທີປຸງແຕ່ງບັນດາເຍື່ອງອາຫານພື້ນເມືອງທີ່ເປັນເອກະລັກສະເພາະຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ