ໂຄສະນາສິນຄ້າຫວຽດນາມຢູ່ມາເກົ້າ , ປະເທດຈີນ

ໂຄສະນາສິນຄ້າຫວຽດນາມຢູ່ມາເກົ້າ , ປະເທດຈີນ - ảnh 1
ຮ້ານວາງສະແດງຂອງ ຫວຽດນາມ
(ພາບ: Hà Ngọc/Vietnam+)

(vovworld) - ຫວຽດນາມ ​ໄດ້​ນຳ​ຜະລິດ​ຕະພັນ​ທີ່​​ເຂັ້ມ​ຂົ້ນ​ໄປ​ດ້ວຍສີສັນ​ຊາດ ​ແລະ ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງຫວຽດນາມຄື: ​ເຂົ້າສານ, ກາ​ເຟ, ໝາກມ່ວງ​ຫິມະພານ, ​​ເຄື່ອງ​ຈັກສານ, ເຄື່ອງ​ປັ້ນດິນ​ເຜົາ. ຮ້ານ​ວາງສະ​ແດງ​ຂອງ​ຫວຽດນາມ ​ດຶງ​ດູດ​​ໄດ້​ຄວາມ​ສົນ​ໃຈ​ຂອງ​ແຂກ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ການ​ຄ້າ ກາ​ນລົງ​ທຶນ​ສາກົນ (MIF) ຄັ້ງ​ທີ 18 ​ເຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ທີ 17/10, ຢູ່ມາ​ເກົ້າ, ປະ​ເທດ​ຈີນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

    ​ເຂົ້າ​ຮ່ວມ​ງານ​ຕະຫຼາ​​​ດນັດ​ປີ​ນີ້ ມີ​ຮ້ານ​ວາງສະ​ແດງ​ກ່ວາ 1.900 ຮ້ານ ​ແລະ ບໍລິສັດ​ກ່ວາ 4.600 ​ແຫ່ງ​ທີ່​ມາ​ຈາກກ່ວາ 50 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ນີ້​ແມ່ນ​ເຫດການ​ເສດຖະກິດ, ການ​ຄ້າ​ສາກົນ​ໃຫຍ່​ສຸດ​ໄດ້​ຮັບ​ການຈັດ​ຕັ້ງ​ປະຈຳ​ປີ​ຢູ່ມາ​ເກົ້າ, ​ອັນໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຂົວ​ຕໍ່​ເສດຖະກິດ, ການ​ຄ້າ ​ແລະ ການ​ບໍລິການ​ສຳຄັນ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃນ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​​ໂລກ. ງານ​ວາງສະ​ແດງ​ປີ​ນີ້​ແກ່​ຍາວ​ຮອດ​ວັນ​ທີ​ 20/10.

ຂ່າວ/ບົດ​ອື່ນ