ໂຄສະນາເຜີຍແຜ່ສິນຄ້າຫວຽດນາມຢູ່ອາບຟຣີກາໃຕ້

ໂຄສະນາເຜີຍແຜ່ສິນຄ້າຫວຽດນາມຢູ່ອາບຟຣີກາໃຕ້ - ảnh 1
ຮ້ານ​ວາງສະ​ແດງ 4 ຮ້ານ​ຂອງ ຫວຽດນາມ ​ໄດ້​ຕ້ອນຮັບ​ວິ​ສາ​ຫະກິດ​ນຳ​ເຂົ້າ ອາບຟຣີກາ​ໃຕ້ ​ແລະ ບາງ​ປະ​ເທດ​ໃນ​ພາກ​ພື້ນມາຢາມ
(ພາບ: Vietnamplus)

(vovworld) - ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ SAITEX ຄັ້ງ​ທີ 21 ​ໄຂ​ຂຶ້ນ​ໃນ​ວັນ​ທີ 22/6 ຢູ່​ນະຄອນ Johannesburg ຂອງ ອາບຟຣີກາ​ໃຕ້ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງທີ່​ມາ​ຈາກ 45 ປະ​ເທດ. ຄະນະ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ຄັ້ງ​ນີ້​ເພື່ອ​​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ການໂຄສະນາ​ເຜີ​ຍ​ແຜ່, ວາງສະ​ແດງ​ຜະລິດ​ຕະພັນ​ຂອງ 15 ວິ​ສາ​ຫະກິດ​ຂອງ ຮ່າ​ໂນ້ຍ ​ແລະ ບາງ​ທ້ອງ​ຖີ່​ນ. ພິ​ເສດ​ປີ​ນີ້, ອົງການ​ການ​ຄ້າ ຫວຽດນາມ ປະຈຳ ອາບຟຣີກາ​ໃຕ້ ​ໄດ້​ເປີດ​ຮ້ານ​ວາງສະ​ແດງ​ສິນຄ້າ​​ແນະນຳເຂົ້າສານ ຫວຽດນາມ.  ສະ​ເພາະ​ໃນ​ວັນ​ໄຂ, ຮ້ານ​ວາງສະ​ແດງ 4 ຮ້ານ​ຂອງ ຫວຽດນາມ ​ໄດ້​ຕ້ອນຮັບ​ວິ​ສາ​ຫະກິດ​ນຳ​ເຂົ້າ ອາບຟຣີກາ​ໃຕ້ ​ແລະ ບາງ​ປະ​ເທດ​ໃນ​ພາກ​ພື້ນມາຢ້ຽມຊົມ ​ແລະ ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ຄຸນ​ນະພາ​ບ ​ແລະ ລາ​ຄາ​, ບັນດາ​ລະບຽບ​ການ​ສົ່ງ​ອອກ​ຂອງ ຫວຽດນາມຢ່າງ​ຈະ​ແຈ້ງກໍ່​ຄືເຊັນ​ສັນຍາ​ບາງ​ສະບັບ.

 


ຂ່າວ/ບົດ​ອື່ນ