ໂຄສະນາແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ອົດສະຕາລີ ແລະ ນິວຊີແລນ

(VOVWORLD) - ແລ້ວນີ້, ທີ່ນະຄອນ Sydney, ລັດ New South Wales, ປະເທດ ອົດສະຕາລີ, ຄະນະປະຕິບັດງານຂອງກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ໂດຍທ່ານຫົວໜ້າກົມໃຫຍ່ ຫງວຽນວັນຕ໊ວນ ເປັນຫົວໜ້າຄະນະ ໄດ້ຈັດຕັ້ງລາຍການໂຄສະນາແນະນຳການທ່ອງທ່ຽວ ຫວຽດນາມ 2018.
ໂຄສະນາແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ອົດສະຕາລີ ແລະ ນິວຊີແລນ - ảnh 1 ໂຄສະນາແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ອົດສະຕາລີ ແລະ ນິວຊີແລນ

ນີ້ແມ່ນ 1 ໃນຈຳນວນ 5 ສະຖານທີ່ໄດ້ຮັບການເລືອກເຟັ້ນທີ່ນອນໃນລາຍການໂຄສະນາແນະນຳການທ່ອງທ່ຽວ 2018 ຂອງກົມໃຫຍ່ທ່ອງທ່ຽວ ທີ່ສະຫງວນໃຫ້ແກ່ຕະຫລາດ ປາຊີຟິກ ເຊິ່ງລວມມີ: ນິວຊີແລນ ແລະ ບັນດານະຄອນຢູ່ ອົດສະຕາລີ ຄື: Melbourne, ລັດ Victoria; Adelaide, ລັດ ອົດສະຕາລີໃຕ້; Brisbane, ລັດ Queensland ແລະ Sydney, ລັດ New South Wales.

        ກ່າວຄຳເຫັນໄຂລາຍການ, ທ່ານຫົວໜ້າກົມໃຫຍ່ ຫງວຽນວັນຕ໊ວນ ໄດ້ຢືນຢັນວ່າ ອົດສະຕາລີ ແລະ ນິວຊີແລນ ຍາມໃດກໍ່ນອນໃນກຸ່ມ 10 ຕະຫລາດທີ່ມີແຂກທ່ອງທ່ຽວໃຫຍ່ສຸດຂອງ ຫວຽດນາມ. ພ້ອມກັນນັ້ນ, ລະດັບການເຕີບໂຕເສດຖະກິດຢ່າງແຮງຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້ ແມ່ນໂອກາດເພື່ອໃຫ້ນັກທຸລະກິດ, ນັກທ່ອງທ່ຽວ ອົດສະຕາລີ ຊອກຫາໂອກາດຮ່ວມມື, ປະສົມປະສານວຽກງານ ແລະ ໄປທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ