ໂຊ​ມາ​ລີ ປະ​ກາດ​ສະ​ພາວະ​ສຸກ​ເສີນ​ລະ​ດັບ​ຊາດຍ້ອນ ໄພ​ຕັກ​ກະ​ແຕນ

(VOVWORLD) -ວັນທີ 2 ກຸມພາ, ລັດຖະບານ ໂຊມາລີ ໄດ້ປະກາດ ສະພາວະສຸກເສີນລະດັບຊາດຍ້ອນ ຕັກກະແຕນ ທຳລາຍພືດທີ່ເປັນສະບຽງອາຫານ ຢູ່ໜຶ່ງໃນບັນດາເຂດດ້ອຍພັດທະນາ ແລະ ມີຄວາມສ່ຽງມີຜົນກະທົບສູງກ່ວາໝູ່ໃນໂລກ. 

ກະຊວງກະສິກຳ ໂຊມາລີ ໃຫ້ຮູ້ວ່າ ສະພາວະສຸກເສີນລະດັບຊາດ ໄດ້ປະກາດຍ້ອນຈຳນວນຕັກກະແຕນທະເລຊາຍເພີ່ມຂຶ້ນຢ່າງແຮງໃນປັດຈຸບັນ, ສ້າງໄພນາບຂູ່ທີ່ໃຫຍ່ຫຼວງສຳລັບ ຄວາມໝັ້ນຄົງດ້ານສະບຽງອາຫານຂອງ ໂຊມາລີ.

ຕາມອົງການກະສິກຳ ສປຊ (FAO)ແລ້ວ, ໄພຕັກກະແຕນ ຢູ່ ອາຟຼິກກາຕາເວັນອອກພວມຢູ່ໃນສະພາບຮ້າຍແຮງທີ່ສຸດໃນຮອບ 25 ປີທີ່ຜ່ານມາ. FAO ໃຫ້ຮູ້ວ່າ ຝຸງຕັກກະແຕນດ້ວຍຈຳນວນຄາດວ່າ ຫຼາຍລ້ານໂຕທີ່ເຄື່ອນຍ້າຍໃນບັນດາປະເທດອາຟຼິກກາຕາເວັນອອກດ້ວຍຄວາມໄວສູງຂຶ້ນ 130 ກິໂລແມັດ/ຊົ່ວໂມງ. ມີເນື້ອທີ່ປູກທັນຍາຫານໜ້ອຍສຸດ 700 ເຮັກຕາ ຖືກທຳລາຍ, ນາບຂູ່ເຖິງສະພາບຄວາມໝັ້ນຄົງດ້ານສະບຽງອາຫານ ຢູ່ ເອທີໂອເປຍ, ໂຊມາລີ ແລະ ເຄນຢາ ເຊິ່ງເປັນ 3 ປະເທດທີ່ເຄີຍຕົກຢູ່ໃນສະພາບ ການເກັບກ່ຽວບໍ່ໄດ້ຮັບຜົນດີຍ້ອນໄພທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ