ໂຕ້ຕອບຄຳສັ່ງລົງໂທດຂອງ ອາເມລິກາ, ລັດເຊຍ ເນລະເທດນັກການທູດ ອາເມລິກາ ນັບຮ້ອຍຄົນ

(VOVWORLD) - ວັນທີ 30 ກໍລະກົດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ນັກການທູດ ອາເມລິກາ 755 ຄົນ ຈະຕ້ອງອອກຈາກປະເທດນີ້
ໂຕ້ຕອບຄຳສັ່ງລົງໂທດຂອງ ອາເມລິກາ, ລັດເຊຍ ເນລະເທດນັກການທູດ ອາເມລິກາ ນັບຮ້ອຍຄົນ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin  (ພາບ: AFP/TTXVN)

ພາຍຫລັງ ລັດເຊຍ ປະກາດຈະເນລະເທດບັນດາພາລະກອນ ອາເມລິກາ ເພື່ອແນໃສ່ໂຕ້ຕອບບັນດາຄຳສັ່ງລົງໂທດແຂງກະດ້າງໃໝ່ຂອງ ອາເມລິກາ. ກ່າວຄຳເຫັນໃນການສຳພາດຕໍ່ຊ່ອງໂທລະພາບ Rossia-24, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ມີປະມານ 1.000 ຄົນ ພວມເຮັດວຽກຢູ່ສະຖານທູດ ແລະ ບັນດາສະຖານກົງສູນ ອາເມລິກາ ປະຈຳ ລັດເຊຍ, ພ້ອມທັງຊີ້ແຈ້ງວ່າ ນັກການທູດ ອາເມລິກາ 755 ຄົນຈະຕ້ອງຢຸດຕິບັນດາການເຄື່ອນໄຫວຢູ່ ລັດເຊຍ. ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ລັດເຊຍ ຮຽກຮ້ອງ ອາເມລິກາ  ຫລຸດຜ່ອນຈຳນວນນັກການທູດຢູ່ ລັດເຊຍ ລົງເຫຼືອພຽງ 455 ຄົນໃນເດືອນ ກັນຍາ ຈະມາເຖິງ, ເທົ່າກັບຈຳນວນນັກການທູດ ລັດເຊຍ ຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ