ໂທລະພາບຝລັ່ງ - ເຢຍລະມັນ Arte ສາຍຮູບເງົາເອກະສານກ່ຽວກັບໄຊຊະນະ30/4ຂອງຫວຽດນາມ

 ໂທລະພາບຝລັ່ງ - ເຢຍລະມັນ Arte ສາຍຮູບເງົາເອກະສານກ່ຽວກັບໄຊຊະນະ30/4ຂອງຫວຽດນາມ - ảnh 1
ປະ​ຊ​າ​ຊົນ​ພາກ​ໃຕ້​ຕ້ອ​ນ​ຮັບ​ທະ​ຫານ​ປົດ​ປ່ອຍ​ພາກ​ໃຕ້
ພາບ:.bqllang.gov.vn

(vovworld)- ​ ​ຕອນ​ຄ່ຳ​ວັນ​ທີ 14/4, ໃນ​​​ຄ​ໍ​ລຳ “Thema”, ​ຊ່ອງໂທ​ລະ​ພາບຝລັ່ງ - ເຢຍລະມັນ Arte ສາຍ​ຮູບ​ເງົາ​ສາ​ລະ​ຄະ​ດີ ເວົ້າ​ເຖິງ​ການ​ຕໍ່​ສູ້ຕ້ານ​​ຈັກ​ກະ​ພັດ ອາ​ເມ​ລິ​ກາ ແລະ ໄຊ​ຊະ​ນະ​ປະ​ຫວັດ​ສາດ 30/4/1975, ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ. ດ້ວຍ​ຫົວ​ຂໍ້​ວ່າ: “ຫວຽດ​ນາມ, ສົງ​ຄາມ​ທີ່​ຊົ່ວ​ຮ້າຍ”, ເລີ່ມ​ຕົ້ນ​ຮູບ​ເງົາ​ແມ່ນ​ເຫດ​ການ​ວັນ​ທີ 21/2/1970, ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ລັບ​ໃນ​ວີ​ລາ​ແຫ່ງ​ຫນຶ່ງ​ຢູ່ Choisy-le-Roi ​ຊານ​ ນະ​ຄອນ​ຫລວງ ປາ​ຣີ ຂອງ​ຝ​ລັ່ງ. ຫລັງ​ຈາກນັ້ນ 3 ປີ, ສັນ​ຍາ ປາ​ຣີ ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອນ 1/1973. ແລະ ຮອດ​ວັນ​ທີ 30/4/1975, ສົງ​ຄາມ​ຈຶ່ງ​ສິ້ນ​ສຸດ​ລົງ ດ້ວຍ​ການ​ລົ້ມ​ລະ​ລາຍ​ຂອງ​ອຳ​ນາດ​ການ​ປົກ​ຄອງຫຸ້ນ ໄຊ​ງ່ອນ. ພາຍ​ຫລັງ 40 ປີ, ຊ່ອງ​ໂທ​ລະ​ພາບ Arte ໄດ້​ສະ​ຫງວນ​ຄໍ​ລຳ “Thema” ໃຫ້​ແກ່​ສົງ​ຄາມນີ້. ຫົວ​ຂໍ້​ທີ່​ສອງ​ແມ່ນ “ສົງ​ຄາມ ຫວຽດ​ນາມ, ໃຈ​ກາງ​ຂອງ​ບັນ​ດາ​ການ​ເຈ​ລະ​ຈາ​ລັບ” ໂດຍ​ຊ່ອງ​ໂທ​ລະ​ພາບ Arte ປະ​ຕິ​ບັດ ​ດ້ວຍ​ເລື່ອງ​ສຸມ​ໃສ່​ການ​ພົບ​ປະ​ຄັ້ງ​ປະ​ຫ​ວັດ​ສາດ​ລະ​ຫວ່າງ​ບັນ​ດາ​ທູດ​ພິ​ເສດ​ຂອງ​ອາ​ເມ​ລິ​ກາ ແລະ ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ