ໂທລະເລກຊົມເຊີຍຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22 ມີນາ 1955 – 22 ມີນາ 2022), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງໂທລະເລກມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ.
ໂທລະເລກຊົມເຊີຍຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ - ảnh 1(ພາບປະກອບ: TTXVN)

ໂລກລະເລກໄດ້ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງ ລາວ ຢ່າງແຮງ ແລະ ຮອບດ້ານ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດ ລາວ, ປະເທດຊາດ ແລະ ປະຊາຊົນ ລາວ ຈະສ້າງສາປະເທດ ລາວ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມໃຫ້ບັນລຸປະສິດທິຜົນ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ພັກກອມມິນູດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຊໍ່ດອກໄມ້ອວຍພອນເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ສົ່ງຊໍ່ດອກໄມ້ເຖິງທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ…

ຕອບກັບ

ຂ່າວ/ບົດ​ອື່ນ