ໂທລະເລກຢື້ຢາມຖາມຂ່າວກ່ຽວກັບເຫດນ້ຳຖ້ວມຄັ້ງປະຫວັດສາດຢູ່ທາງທິດຕາເວັນອອກສ່ຽງເໜືອມາເລເຊຍ

ໂທລະເລກຢື້ຢາມຖາມຂ່າວກ່ຽວກັບເຫດນ້ຳຖ້ວມຄັ້ງປະຫວັດສາດຢູ່ທາງທິດຕາເວັນອອກສ່ຽງເໜືອມາເລເຊຍ - ảnh 1
ນ້ຳ​ຖ້ວມ​ຢູ່ Pengkalan Chepa, Malaysia ໃນ​ວັນ​ທີ 26/12.
 (ພາບ: AFP/TTXVN)

(vovworld) – ໂດຍ​ໄດ້​ຮັບ​ຂ່າວ​ເຫດ​ນ້ຳ​ຖ​້ວມປະ​ຫວັດ​ສາດ​ເກີດ​ຂຶ້ນ​ຢູ່​ບັນ​ດາ​ລັດ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ມ​າ​ເລ​ເຊຍ ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ກ່ຽວ​ກັບ​ຊັບ​ສົມ​ບັດ ແລະ ຊີ​ວິດ​ອີນ​ຊີ, ວັນ​ທີ 31/12/2014, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ສົ່ງ​ໂທ​ລະ​ເລກຢື້​ຢາມ​ຖາມ​ຂ່າວ​ເຖິງ​ກະ​ສັດ ມາ​ເລ​ເຊຍ Abdul Halim Mu’ Adzam Shah ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Najib Tun Razak. ແລະ​ກໍ່​ໃນ​ວັນ​ດ​ຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ໄດ​້​ສົ່ງ​ໂທ​ລະ​ເລກຢື້​ຢາມ​ຖາມ​ຂ່າວ​ເຖິງ​ລັດ​ຖະ​ມົນ​ຕີ​​ວ່າ​ການກະ​ຊວງ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ Anifah Aman.

        ເຫດ​ນ້ຳ​ຖ້ວມ​ປະ​ຫວັດ​ສາດ​ເກີດ​ຂຶ້ນ​ໃນ​ທ້າຍ​ເດືອນ 12/2014 ຢູ່​ມາ​ເລ​ເຊຍ ເຮັດ​ໃຫ້​ປະ​ຊາ​ຊົນ​ປະ​ມານ 120.000 ຄົນ​ຕ້ອງ​ໄປ​ອົບ​ພະ​ຍົບ, ຫຼາຍ​ຄົນ​ເສຍ​ຊີ​ວິດ, ຄົມ​ມະ​ນາ​ຄົມ​ຖືກ​ຕິດ​ຂັດ, ລະ​ບົບ​ຕິດ​ຕໍ່​ພົວ​ພັນ​ຖືກ​ກະ​ທົບ​ຢ່າງ​ໜັກ​ໜ່ວງ.



ຂ່າວ/ບົດ​ອື່ນ