ໂທລະເລກຢື້ຢາມຖາມຂ່າວຍ້ອນຝົນຕົກ, ນ້ຳຖ້ວມຢູ່ລາວ

(VOVWORLD) -ໂດຍໄດ້ຮັບຂ່າວວ່າ, ມີບາງແຂວງທາງພາກກາງ ແລະ ພາກໃຕ້ຂອງລາວ ພວມຖືກນ້ຳຖ້ວມ ຍ້ອນຝົນຕົກໜັກແກ່ຍາວໃນຊຸມວັນຜ່ານມາ, ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງທັງທາງດ້ານຊັບສິນ ແລະ ຊີວິດອິນຊີ

ໂທລະເລກຢື້ຢາມຖາມຂ່າວຍ້ອນຝົນຕົກ, ນ້ຳຖ້ວມຢູ່ລາວ - ảnh 1ສະພາບຝົນຕົກ, ນ້ຳຖ້ວມຢູ່ລາວ

(ພາບອີນເຕີແນັດ)

ວັນທີ 06 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸສິດ ແລະ ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້.

        ໃນໂທລະເລກ, ການນຳຫວຽດນາມ ໄດ້ສະແດງຄວາມເອົາໃຈໃສ່ຕໍ່ສະພາບນ້ຳຖ້ວມໃນປະຈຸບັນຢູ່ລາວ; ສົ່ງຄຳຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ເລິກເຊິ່ງທີ່ສຸດເຖິງບັນດາການນຳ ແລະ ປະຊາຊົນລາວອ້າຍນ້ອງ, ໂດຍສະເພາະແມ່ນອຳນາດການປົກຄອງບັນດາທ້ອງຖິ່ນ ແລະ ຄອບຄົວຖືກຜົນສະທ້ອນ; ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາ ແລະ ການເອົາໃຈໃສ່ຢ່າງໃກ້ຊິດຕິດແທດຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດລາວ, ປະຊາຊົນລາວ ອ້າຍນ້ອງຈະຜ່ານຜ່າຄວາມຫຍຸ້ງຍາກຄືໃນປະຈຸບັນ, ຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານລັດຖະມົນຕີການຕ່າງປະເທດລາວ ສະເລີມໄຊ ກົມມະສິດ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ